6 ເດືອນທ້າຍປີ ລັດຖະບານຈະສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດແຄນໄຟຟ້າ ແລະ ຊຸກຍູ້ໂຄງການທີ່ໄດ້ອະນຸມັດ ເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ
—————
ທ່ານ ສອນໄຊ ສີພັນດອນ ນາຍົກລົດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 9 ມິຖຸນາ 2025 ວ່າ: ໃນໄລຍະ 6 ເດືອນທ້າຍປີ 2025 ລັດຖະບານ ຈະເພີ່ມຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 9 ສະໄໝທີ XI, ບັນດາມະຕິຂອງສະພາແຫ່ງຊາດ, ບັນດາວຽກ 12 ຈຸດສຸມຂອງສອງວາລະແຫ່ງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ; ໂດຍລັດຖະບານຈະສຸມໃສ່ວຽກຈຸດສຸມຕົວຈິງຈຳນວນໜຶ່ງ ດັ່ງນີ້:
ດ້ານເສດຖະກິດ:
1. ສຸມໃສ່ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການທີ່ໄດ້ວາງອອກໃຫ້ປາກົດຜົນເປັນຈິງ ແລະ ເປັນຮູບປະທໍາຫຼາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກ ຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນຢ່າງລະອຽດ.
2. ສືບຕໍ່ຍູ້ແຮງເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ (GDP ຂະຫຍາຍຕົວຢູ່ໃນລະດັບ 4.8%) ໂດຍນໍາໃຊ້ທຸກທ່າ ແຮງທີ່ມີ; ສືບຕໍ່ພັດທະນາ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ; ຊຸກຍູ້ສົ່ງເສີມການສ້າງໂຮງງານອຸດສາຫະກຳ ແລະ ອຸດສາຫະກຳປຸງແຕ່ງ ເຂົ້າສູ່ລວງເລິກ ເຊັ່ນ: ຜະລິດຝຸ່ນຊີວະພາບ, ຫົວອາຫານສັດ, ວັດສະດຸກໍ່ສ້າງ, ເຄື່ອງອຸປະໂພກ-ບໍລິໂພກ; ສຸມໃສ່ປັບປຸງໂຄງລ່າງພື້ນຖານ ແລະ ລະບົບການບໍລິການຂົນສົ່ງ ໃຫ້ມີຄວາມສະດວກ, ວ່ອງໄວ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ການ
10. ສຸມໃສ່ແກ້ໄຂສະພາບຂາດແຄນໄຟຟ້າ ໂດຍເລັ່ງສ້າງພະລັງງານແສງຕາເວັນເສີມໃສ່ສະຖານີໄຟຟ້າໃນຈຸດທີ່ຂາດແຄນໄຟຟ້າ ແລະ ຊຸກຍູ້ໂຄງການທີ່ໄດ້ອະນຸມັດ ເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ.