ມີສະຕິໃຫ້ດີກ່ອນຮັບ-ຈ່າຍເງິນໃບ 50,000 ກີບ (ລຸ້ນປີ 2004) ເນື່ອງຈາກປັດຈຸບັນມີກຸ່ມຄົນບໍ່ດີປອມແປງເງິນອອກມາໃຊ້ຈ່າຍ
ອີງຕາມແຈ້ງການຂອງທະນາຄານແຫ່ງ ສປປ ລາວ ລົງເມື່ອວັນທີ 16 ມິຖຸນາ 2025 ກ່ຽວກັບ ຍົກສູງສະຕິກ່ອນຮັບ-ຈ່າຍທະນະບັດ ປະເພດໃບ 50,000 ກີບ
ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ: ໃນປະຈຸບັນໄດ້ມີກຸ່ມຄົນບໍ່ ດີສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ ນະຄອນຫຼວງວຽງຈັນ, ຊຶ່ງທາງເຈົ້າ ຫນ້າທີ່ໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) BE 0814372, BG 1506988, BH 8482734 ແລະ BI 2068330, 0583754. ຮູບແບບການປອມແປງແມ່ນໄດ້ນໍາໃຊ້ເຄື່ອງຈັກພິມຂຶ້ນມາສະເພາະ, ມີຮູບແບບສີສັນ ລວດລາຍຄ້າຍຄືທະນະບັດ ປະເພດໃບ 50,000 ກີບ ລຸ້ນປີ 2004 ແທ້ ແລະ ມີຄວາມແຕກຕ່າງຈາກການພົບເຫັນ ທະນະບັດປອມໃນໄລຍະຜ່ານມາ (ການນໍາເອົາເງິນແທ້ໄປກໍອບປີ້ສີ Copy ໃສ່ເຈ້ຍ A4 ທໍາມະດາ).
ສະນັ້ນ, ກ່ອນຈະຮັບ-ຈ່າຍ ທະນະບັດ ສະກຸນເງິນກີບ ປະເພດໃບ 50,000 ກີບ ລຸ້ນປີ 2004 ທຸກໆຄັ້ງ ຕ້ອງເປັນເຈົ້າການກວດກາເບິ່ງ ໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງເກດທະນະບັດແທ້ (ຢູ່ Platform Facebook ຂອງ ທຫລ ສະບັບ ເລກທີ 66/ຫກ, ລົງວັນທີ 26 ເມສາ 2024).
ສໍາລັບກຸ່ມຄົນທີ່ບໍ່ດີ ທີ່ສ້າງຄວາມປັ່ນປ່ວນໂດຍການນໍາເອົາເງິນປອມອອກມາໃຊ້ຈ່າຍໃນສັງຄົມ, ທະນາຄານ ແຫ່ງ ສປປ ລາວ ພວມສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງ ເພື່ອຮີບຮ້ອນປະຕິບັດມາດຕະການຕ່າງໆ ຕາມທີ່ໄດ້ກໍານົດໄວ້ ໃນກົດຫມາຍຂອງ ສປປ ລາວ.
Scroll to Top