ພິທີມອບ-ຮັບ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດຂຶ້ນໃນວັນທີ 19 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ ອົງການປະກັນສັງຄົມ (ຕຶກທົ່ງສ້າງນາງ) ໂດຍແຕ່ງຕັ້ງ ສະຫາຍ ປອ ໂພໄຊ ໄຊຍະສອນ ເປັນເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່.
ພິທີດັ່ງກ່າວໃຫ້ກຽດເປັນສັກຂີພິຍານໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງພິທີດັ່ງກ່າວ ສະຫາຍ ນາງ ໃບຄໍາ ຂັດທິຍະ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຜູ້ເກົ່າ ໄດ້ກ່າວມອບໜ້າທີ່ໃຫ້ກັບ ສະຫາຍ ປອ ໂພໄຊ ໄຊຍະສອນ ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ຮສສ ຜູ້ໃໝ່.