ປະທານສະພາແຫ່ງຊາດລາວ ກ່າວຊົມເຊີຍເນື່ອງໃນໂອກາດວັນລັດຖະສະພາໂລກ ຄົບຮອບ 136 ປີ
ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄືວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889-30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນລະດັບໂລກໃນຄັ້ງນີ້.
ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 181 ປະເທດ, ມີສະມາຊິກລັດຖະສະພາທົ່ວໂລກ 46,000 ຄົນ ໃນນັ້ນ ສະມາຊິກລັດຖະສະພາເພດຍິງ ກວມເອົາ 27.2% ແລະ ມີອົງການຈັດຕັ້ງສາກົນ ຫຼາຍກວ່າ 15 ອົງການ ທີ່ເປັນພາຄີ. ສະຫະພັນລັດຖະສະພາສາກົນ ມີຈຸດປະສົງເພື່ອເຮັດວຽກຮ່ວມກັບລັດຖະສະພາ ແລະ ບັນດາສະມາ ຊິກລັດຖະສະພາ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ເປັນເວທີສົ່ງ ເສີມສັນຕິພາບ, ປະຊາທິປະໄຕ, ສິດທິມະນຸດ ແລະ ຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງແກ່ຊາວຫນຸ່ມ, ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົ