ຊົມເຊີຍເດີ້ ອົງການ UNESCO ຮັບຮອງອຸທິຍານແຫ່ງຊາດຫີນໜາມໜໍ່ ແຂວງຄຳມ່ວນ ເປັນມໍຣະດົກໂລກແຫ່ງໃໝ່ຂອງ ສປປ ລາວ
ໃນວັນທີ 13 ກໍລະກົດ 2025 ໃນກອງປະຊຸມຄະນະກໍາມະການມໍຣະະດົກໂລກ ຄັ້ງທີ 47 ທີ່ປາຣີ ປະເທດຝຣັ່ງ ໄດ້ຮັບການຮັບຮອງເອົາ ອຸທິຍານແຫ່ງຊາດຫີນໜາມໜໍ່ ຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງ ສປປ ລາວ ເປັນພື້ນທີ່ມໍຣະດົກໂລກ ແບບຮ່ວມຊາຍແດນກັບ ອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈີ ຂອງ ສສ ຫວຽດນາມ ຢ່າງເປັນທາງການ.
ການຂຶ້ນຖະບຽນ ເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບສາກົນ ຂອງຫີນໜາມໜໍ່ ເຊິ່ງໄດ້ແກ່:
– ເຊິ່ງເປັນໜຶ່ງໃນພູມິປະເທດທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນ ອາຊີຕາເວັນອອກສ່ຽງໃຕ້
– ຖໍ້າມະຫັດສະຈັນ ເຊບັ້ງໄຟ
– ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນ ຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນ ເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້