ໃນລະຫວ່າງວັນທີ 21-23 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກຢ່າງຕໍ່ເນື່ອງ ໄດ້ເຮັດໃຫ້ແມ່ນໍ້າຫ້ວຍຮ່ອງຄອງບຶງ ແລະ ສາຍນໍ້າຕ່າງໆໄຫຼເຂົ້າຖ້ວມບ້ານເຮືອນ, ບ້ານພັກ, ໂຮງແຮມ, ລີສອດ, ຮ້ານອາຫານ ແລະ ພື້ນທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ ຕາມໝູ່ບ້ານລຽບແຄມສາຍນ້ຳຊອງ ເປັນຕົ້ນແມ່ນ: ບ້ານ ເມືອງ ຊອງ, ບ້ານຫ້ວຍແຍ້, ບ້ານຫ້ວຍງາມ, ບ້ານຂັນໝາກ ທີ່ໄດ້ຮັບຜົນກະທົບຢ່າງໜັກ ແລະ ໄດ້ຮັບຄວາມເສຍຫາຍເປັນຈຳນວນຫຼວງຫຼາຍ.
ຕໍ່ກັບສະພາບການນໍ້າຖ້ວມໃນຄັ້ງນີ້ຄະນະພັກ- ຄະນະບັນຊາກອງບັນຊາການທະຫານແຂວງວຽງຈັນ ກໍ່
ບໍ່ໄດ້ນິ່ງນອນໃຈ. ໄດ້ຈັດຕັ້ງກຳລັງອ້າຍນ້ອງຂອງຕົນຈຳນວນ 100 ກວ່າສະຫາຍ, ໂດຍການຊີ້ນຳຂອງ ສະຫາຍ ພັນເອກ ວັນນະລາດ ສີໂຄດຈັນແສງ ຮອງຫົວໜ້າເສນາທິການກອງບັນຊາການ ທະຫານແຂວງວຽງຈັນ, ພ້ອມດ້ວຍຄະນະກອບກູ້ໄພພິບັດຂອງກອງບັນຊາການ ແລະ ພາຫະນະຮັບໃຊ້ ສົມມທົບກັບ ກຳລັງອ້າຍນ້ອງ ກອງບັນຊາການທະຫານເມືອງວັງວຽງ ລົງໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນແຕ່ລະບ້ານທີ່ຖືກຜົນກະໄພພິບັດນໍ້າຖ້ວມໃນເບື້ອງຕົ້ນຢ່າງຮີບດ່ວນ.
ໃນນີ້ໄດ້ຊ່ວຍພໍ່ແມ່ປະຊົາຊົນ ໝູ່ບ້ານ ລຽບຕາມແຄມນ້ຳຊອງທິດຕາເວັນຕົກ ຂົນເຄື່ອງຂອງຕ່າງໆອອກຈາກເຮືອນໄປໄວ້ທີ່ສູງ ໂດຍສະເພາະແມ່ນລົດລາງພາຫະນະ, ເຄື່ອງໃຊ້ໄຟຟ້າ, ສັດລ້ຽງ ແລະ ອື່ນໆທີ່ມີຄວາມຈໍາເປັນ, ຊ່ວຍເຫຼືອ ຜູ້ເຖົ້າ, ເດັກນ້ອຍ ໄປພັກອາໃສ່ຊົ່ວຄາວຢູ່ສະຖານທີ່ປອດໄພ. ຕໍ່ໜ້າສະພາບການກ່າວ ກອງບັນຊາການທະຫານແຂວງວຽງຈັນຍັງໄດ້ຈັດຕັ້ງກຳລັງອ້າຍນ້ອງ ປະຈຳຢູ່ພື້ນທີ່ໝູ່ບ້ານ ທີ່ມີຄວາມສ່ຽງສູງ ເພື່ອເຝົ້າລະວັງການຂຶ້ນ-ລົງຂອງກະແສນ້ຳ. ຖ້າມີກໍລະນີສຸກເສີນຈື່ງສາມາດຊ່ວຍເຫຼືອໄດ້ທັນເວລາ.
Scroll to Top