🚨ລະຫັດ OTP ສຳຄັນທີ່ສຸດ ຫ້າມໃຫ້ຄົນອື່ນຮູ້ເດັດຂາດ❌
ເພາະເປັນເຄື່ອງມືສຳຄັນໃນການເຮັດທຸລະກຳ (ທາງການເງິນອອນລາຍ) ຂອງທ່ານ ຫາກທ່ານບອກໃຫ້ຄົນອື່ນຮູ້ ໂດຍສະເພາະມິດສາຊີບ ທ່ານອາດເສຍເງິນໃນບັນຊີບໍ່ຮູ້ໂຕ!!
🚨OTP ຫຼື One Time Password ຄືລະຫັດເຂົ້າສູ່ການເຮັດທຸລະກຳ, ໃຊ້ໃນເວລາທີ່ທ່ານລ໋ອກອິນນໍາໃຊ້ ແອັບທະນາຄານຢູ່ໂທລະສັບມືຖືເຄື່ອງໃໝ່ ຫຼື ອຸປະກອນອີເລັກໂທຼນິກອື່ນໆ ທ່ານຈະໄດ້ຮັບລະຫັດ OTP ທາງ SMS ໃນຂໍ້ຄວາມໂທລະສັບມືຖື, ເພື່ອເປັນການຢັ້ງຢືນວ່າທ່ານແມ່ນເຈົ້າຂອງບັນຊີແທ້ ⚠️ ທ່ານບໍ່ຄວນເອົາລະຫັດ OTP ໃຫ້ຄົນອື່ນ.
🚨OTP ປຽບເໝືອນກะແຈເຂົ້າໄປໄຂບັນຊີເງິນບັນຊີທະນາຄານຂອງທ່ານ ເຊິ່ງປົກກະຕິທະນາຄານຈະສົ່ງມາໃຫ້ທ່ານກໍ່ຕໍ່ເມື່ອທ່ານຂໍໄປເທົ່ານັ້ນ ແລະ ລະຫັດນັ້ນຈະໃຊ້ໄດ້ຄັ້ງດຽວໃນເວລາສັ້ນໆ.
🚨ຫາກມິດສາຊີບ ໄດ້ຈາກທ່ານໄປ ສິ່ງທຳອິດທີ່ພວກເຂົາຈະເຮັດຄືສວມຮອຍເອົາບັນຊີຂອງທ່ານ, ປ່ຽນລະຫັດເຂົ້າບັນຊີ ແລະ ໂອນເງິນຂອງທ່ານອອກໄປ.
🙅‍♀️ຢ່າຫຼົງເຊື່ອຫາກມີບຸກຄົນອື່ນຂໍລະຫັດ OTP ຈາກທ່ານ ‼️
🙅‍♀️ດັ່ງນັ້ນ, ລະຫັດ OTP ຢ່າໃຫ້ໃຜຮູ້ ຫຼື ສົ່ງໃຫ້ໃຜເດັດຂາດ ‼️
👉 ເມື່ອທ່ານພົບເຫັນກໍລະນີທີ່ໜ້າສົງໄສ ທ່ານສາມາດຕິດຕໍ່ສອບຖາມຊ່ອງທາງທີ່ເປັນທາງການ ທຄຕລ ☎️ ໂທສາຍດ່ວນ 1555 ຫຼື ໂທອອນລາຍ, ສົ່ງຂໍ້ຄວາມຜ່ານໄອຄ້ອນ ຕິດຕໍ່ພະນັກງານ ຫຼື BCEL Support ຜ່ານແອັບ BCEL One ໄດ້ຕະຫຼອດ 24 ຊົ່ວໂມງ.

 

Scroll to Top