ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈໍາຕົວພົນລະເມືອງ ດີຈິຕອນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 30 ກໍລະກົດ 2025 ຜ່ານມາ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ, ມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາຮອງລັດຖະມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຫວຽດ ນາມ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ໄດ້ມີຄໍາເຫັນວ່າ: ພິທີເປີດນໍາໃຊ້ລະບົບຄຸ້ມຄອງ ແລະ ບັດປະຈຳຕົວພົນລະເມືອງດີຈິຕອນ ຢ່າງເປັນທາງການ, ໂຄງການສ້າງຖານຂໍ້ມູນພົນລະເມືອງ ແລະ ບັດປະ ຈຳຕົວນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອຈາກລັດຖະບານຫວຽດນາມ ກໍຄື ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ ເຊິ່ງເປັນໂຄງການທີ່ສໍາຄັນ ເພື່ອຊ່ວຍລັດຖະບານລາວ ກໍຄື ກະຊວງປ້ອງກັນຄວາມສະຫງົບລາວ ໃນການຫັນເປັນດີຈິຕອນ ແລະ ຈະນໍາເອົາຜົນປະໂຫຍດສໍາຄັນມາສູ່ປະເທດຂອງພວກເຮົາ. ພ້ອມນີ້, ທ່ານຍັງໄດ້ຕາງໜ້າໃຫ້ສູນກາງພັກ, ລັດຖະບານ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແລະ ຮ່ວມມືຢ່າງໝົດຈິດໝົດໃຈ ເຮັດໃຫ້ກະຊວງປ້ອງກັນຄວາມສະຫງົບລາວ ນໍາເອົາແນວທາງລັດຖະບານດີຈິຕອນ, ເສດຖະ ກິດ ດີຈິຕອນ ແລະ ສັງຄົມດີຈິຕອນ ມາພັດທະນາ ແລະ ມີຜົນສຳເລັດເປັນກ້າວໆມາ.
ໃນໂອກາດດຽວກັນ, ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ໄດ້ມອບລົດໃຫຍ່ 3 ຄັນ ແລະ ລົດຈັກ 244 ຄັນ ໃຫ້ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຕາງໜ້າມອບໂດຍຂອງ ທ່ານ ພົນເອກ ເລືອງ ຕາມກວາງ ແລະ ຮັບໂດຍ ທ່ານ ພົນເອກ ວິໄລ ຫລ້າຄໍາຟອງ ມີບັນດາຮອງລັດຖະ ມົນຕີ, ການນໍາຂັ້ນສູງ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
Scroll to Top