ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວໄຂກອງປະຊຸມຢ່າງເປັນທາງການ ໂດຍມີເນື້້ອໃນບາງຕອນສຳຄັນວ່າ: ມື້ນີ້, ກອງປະຊຸມໃຫຍ່ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ; ກອງປະຊຸມໄດ້ໄຂຂຶ້ນ ຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆນີ້ ເວົ້າສະເພາະແມ່ນກໍາລັງປ້ອງກັນຄວາມສະຫງົບ ພວມສູ້ຊົນຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນ ໃຫ້ຕິດພັນກັບບັນດາມະຕິກອງປະຊຸມໃຫຍ່, ກອງ ປະຊຸມຄົບຄະນະຂອງສູນກາງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດ ທັງສຸມໃສ່ການ ສືບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ແລະ ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍ.
ກອງປະຊຸມໃຫຍ່ ຈະໄດ້ດໍາເນີນເປັນເວລາວັນເຄິ່ງ; ຕະຫຼອດເວລາດໍາເນີນກອງປະຊຸມໃຫຍ່, ຈະໄດ້ຮັບຟັງລາຍງານການເມືອງ, ບົດສຳຫຼວດການນໍາພາ ເຊິ່ງ ຈະກວມ ລວມທັງດ້ານດີ, ຂໍ້ຄົງຄ້າງ, ສາຍເຫດ ແລະ ຮັບຮອງທິດທາງແຜນການ, ຄາດໝາຍສູ້ຊົນ ຂອງຄະນະພັກກະຊວງ ແຕ່ນີ້ຮອດປີ 2030; ພ້ອມນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຜູ້ແທນສົມບູນ ຕາງໜ້າໃຫ້ຄະນະພັກ ແລະ ກົມກອງຕົວແບບຈໍານວນໜຶ່ງ.
ກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດ ປ່ອນບັດເລືອກຕັ້ງເອົາກຳມະການຄະນະບໍລິຫານງານ ພັກກະຊວງປ້ອງກັນຄວາມສະຫງົບ ຊຸດໃໝ່, ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ທອງ ລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າຄະນະພັກຂັ້ນເທິງ.
ໃນໂອກາດນີ້, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ, ດ້ວຍການເສີມຂະຫຍາຍສິດ ປະຊາທິ ປະໄຕ, ສຸມສະຕິບັນຍາ, ເຫື່ອແຮງຂອງຕົນ ເຂົ້າໃນການຄົ້ນຄວ້າ, ຕົກລົງຮັບຮອງບັນຫາທີ່ ສໍາຄັນຕ່າງໆ ທີ່ກອງປະຊຸມໄດ້ກຳນົດ ໃຫ້ບັນລຸຈຸດປະສົງ ແລະ ມີຜົນສໍາເລັດຢ່າງຈົບງາມ.
Scroll to Top