ໜັງສືພິມຄວາມສະຫງົບລາຍງານວ່າ: ໃນຕອນເຊົ້າວັນທີ 6 ສິງຫາ 2025 ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ຕໍ່ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ. ມີບັນດາສະຫາຍແຂກຖືກເຊີນ, ຜູ້ແທນສົມບູນ, ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໃຫ້ຮູ້ວ່າ: ອີງຕາມຜົນການປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ VI ແລະ ຜົນຂອງກອງປະຊຸມຄັ້ງປະຖົມມະລຶກ ໃນວັນທີ 5 ສິງຫາ 2025 ມີດັ່ງນີ້: ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ, ບັນດາສະຫາຍທີ່ໄດ້ຮັບການເລືອກຕັ້ງຄັ້ງນີ້ ລ້ວນແຕ່ໄດ້ຮັບການທົດສອບ, ຝຶກຝົນຫຼໍ່ຫຼອມຈາກຂະບວນການວຽກງານຕົວຈິງ, ມີຄວາມບໍລິສຸດຜຸດຜ່ອງຕໍ່ພັກ, ເປັນຜູ້ທີ່ມີຄວາມຕັ້ງໜ້າ, ເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ຖັນແຖວສະມາຊິກພັກ, ນາຍ ແລະ ພົນ ຕຳຫຼວດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຄະນະບໍລິຫານງານພັກຊຸດນີ້ ສ່ວນໃຫຍ່ແມ່ນໄດ້ຮັບການສຶກສາຮໍ່າຮຽນທິດສະດີມາກ-ເລນິນທັງລະບົບບຳລຸງ-ກໍ່ສ້າງ, ລະດັບການສຶກສາວິຊາສະເພາະ ແລະ ເຕັກນິກວິທະຍາສາດ ແມ່ນຈົບຊັ້ນສູງຂື້ນໄປ.
ກອງປະຊຸມໄດ້ເປັນເອກະສັນກັນຢ່າງສົມບູນ ເລືອກຕັ້ງເອົາຄະນະປະຈຳພັກກະຊວງ 9 ສະຫາຍ, ຍິງ 1 ສະຫາຍ ເຊິ່ງມີລາຍຊື່ດັ່ງນີ້:
1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ
2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ
3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ
4) ສະຫາຍ ພົຈວ ນາງ ລີວົງ ລາວລີ
5) ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ
6) ສະຫາຍ ພົຈວ ຄອນສະຫວັນ ສົມພາໄຊ
7) ສະຫາຍ ພົຈວ ແອນ ອຸ່ນອານົງນຸດ
8.) ສະຫາຍ ພົຈວ ກອງສະຫວັດ ບຸນລ້ຽງ
9) ສະຫາຍ ພົຈວ ປອ ສີສົມໄຊ ແກ້ວບຸນພັນ
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ເປັນເລຂາຄະນະພັກ
2) ສະຫາຍ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນຮອງເລຂາຄະນະພັກ
3) ສະຫາຍ ພົຕ ສຸລິນະ ແກ້ວປະເສີດ ເປັນຮອງເລຂາຄະນະພັກ
ກອງປະຊຸມ ໄດ້ເປັນເອກະສັນຢ່າງສົມບູນ ເລືອກເອົາ:
1) ສະຫາຍ ພົຈວ ນາງ ລີວົງ ລາວລີ ເປັນປະທານກວດກາພັກ
2) ສະຫາຍ ພົຈວ ຊາຍຄອງ ເພັດຊະວົງ ເປັນຮອງປະທານ
3) ສະຫາຍ ພັອ ສຸພັນທອງ ໄຄ້ຍະວົງ ເປັນຮອງປະທານ
4) ສະຫາຍ ພັອ ສຸວັນ ທອງຈະເລີນ ເປັນຮອງປະທານ
Scroll to Top