ອຸຕຸເຕືອນ! ເຝົ້າລະວັງສະພາບນໍ້າຖ້ວມ ດິນເຈື່ອນ ຈະມີຝົນຕົກ ກວມ 65% ຂອງພື້ນທີ່ແຕ່ລະແຂວງ
ພະຍາກອນອາກາດ ປະຈໍາວັນທີ 11 ສິງຫາ 2025 ຄວາມກົດດັນຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບ ກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ໃນແຕ່ລະ ພາກ ແລະ ຈະມີຝົນຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ, ພ້ອມມີລົມພັດແຮງເປັນບາງໂອກາດ.
ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ. ອຸນຫະພູມໃນລະຫວ່າງ 19 – 32 ອົງສາ.
ພາກເໜືອດ້ານຕາເວັນຕົກ (ແຂວງ ຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 22 – 35 ອົງສາ.
ນະຄອນຫລວງວຽງຈັນ: ພ້ອມຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 25 – 35 ອົງສາ.
ພາກກາງ (ແຂວງ ວຽງຈັນ, ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຈະຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມືລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.
ແຂວງໄຊສົມບູນ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການ ປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 20 – 31 ອົງສາ.
ພາກໃຕ້ (ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດຮ້ອນ, ພ້ອມຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບ ຄອຍຢູ່ເກືອບທົ່ວໄປ ແລະ ຈະຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 65% ຂອງພາກ. ອຸນຫະພູມໃນລະຫວ່າງ 24 – 33 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%. ອຸນຫະພູມໃນລະຫວ່າງ 16 – 28 ອົງສາ.