ກຽມຄວາມພ້ອມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນ (ເປັນເຈົ້າພາບ)
ເຈົ້າພາບ ນະຄອນຫຼວງວຽງຈັນ ກຳນົດ 33 ປະເພດກິລາ ແລະ ມີການສາທິດ 1 ປະເພດກິລາ (ກິລາເບສບອນ) ພ້ອມມີການຊີງໄຊ 1.252 ຫຼຽນຄຳ ງານກິລາແຫ່ງຊາດ ຄັ້ງທີ XII ຈະຈັດຂຶ້ນເດືອນພະຈິກ 2025.
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນໄດ້ກຳນົດເອົາ 33 ປະເພດກິລາ ໃນນັ້ນ ມີການຊີງຫຼຽນຄຳ 1.252 ຫຼຽນ; ຫຼຽນເງິນ 1.252 ຫຼຽນ ແລະ ຫຼຽນທອງ 1.821 ຫຼຽນ ຊຶ່ງຈະເລີ່ມໃນວັນທີ 15-25 ພະຈິກ 2025.
ໃນຈຳນວນ 33 ປະເພດກິລາ ກໍໄດ້ມີກິລາ ແດ້ນສະປອດ ຊຶ່ງເປັນກິລານ້ອງໃໝ່ ກໍໄດ້ຖືກບັນຈຸເຂົ້າໃນງານດັ່ງກ່າວ
Scroll to Top