ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ, ການນໍາຂອງບັນດາແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນກັນຍາ 2025.
ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ເຊິ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:
1. ການສະຫລຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການ ປະຈໍາເດືອນກັນຍາ 2025 ຂອງລັດຖະບານ
2. ລາຍງານສະພາບສາກົນ ແລະ ພາກພື້ນ ທີ່ພົ້ນເດັ່ນ, ທ່າອ່ຽງການຂະຫຍາຍຂອງສະພາບການ, ທິດທາງຮັບມື ແລະ ແຜນວຽກຈຸດສຸມຂົງເຂດວຽກງານການຕ່າງປະເທດ ໃນເດືອນກັນຍາ 2025
3. ລາຍງານການກະກຽມເປີດສົກຮຽນໃໝ່ 2025-2026, ລວມທັງ ການກະກຽມກອງປະຊຸມຜູ້ບໍລິຫານການສຶກສາ ປະຈໍາປີ 2025, ການປ່ຽນຊື່ເອີ້ນຕໍາແໜ່ງ ຜູ້ບໍລິຫານຂອງມະຫາວິທະຍາໄລ ແລະ ໂລໂກ້ຂອງກະຊວງສຶກສາທິການ ແລະ ກິລາ, ການແກ້ໄຂບັນຫາໂກຕ້າຄູອາສາສະໝັກ ເຂົ້າບັນຈຸເປັນລັດຖະກອນປ້ອງກັນຊາດ
4. ຮ່າງແຜນແມ່ບົດພັດທະນາເຂດນາກະສັງ, ດອນເດດ, ດອນຄອນ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035.
5. ຮ່າງດໍາລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການ ກ່ຽວກັບການຕ້ານການຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການແຜ່ຜາຍອາວຸດທຳລາຍລ້າງຜານ.
6. ຮ່າງດຳລັດ ວ່າດ້ວຍການກັກ, ຍຶດ ແລະ ອາຍັດທຶນ ຂອງຜູ້ຢູ່ໃນບັນຊີລາຍຊື່ ທີ່ພົວພັນກັບການກໍ່ການຮ້າຍ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ.
7. ຮ່າງດຳລັດ ວ່າດ້ວຍການຕ້ານການສະໜອງທຶນ ໃຫ້ແກ່ການແຜ່ຜາຍອາວຸດທຳລາຍລ້າງຜານ.
8. ຮ່າງດຳລັດ ວ່າດ້ວຍກອງທຶນທ່ອງທ່ຽວ.
9. ຮ່າງດຳລັດ ວ່າດ້ວຍການປະເມີນຜົນກະທົບຕໍ່ສຸຂະພາບ.
10. ຮ່າງດຳລັດ ວ່າດ້ວຍການປັບໃໝ ແລະ ມາດຕະການອື່ນຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການລົດໄຟ.
Scroll to Top