ຄົບຮອບ 23 ປີ ວັນທີ 9 ກັນຍາ 2002-9 ກັນຍາ 2025 ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ ຂອງ ບັນພະບຸລຸດລາວ ທີ່ໄດ້ອຸທິດຊີວິດ ແລະ ເລືອດເນື້ອເພື່ອຕໍ່ສູ້ຍາດເອົາເອກະລາດ,ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນມາສູ່ຊາດລາວທັງເປັນການເຊື່ອມຊືມ ເຝິກຜົນຫລໍ່ຫລອມຕົນເອງ ໃນການສຶກສາຮໍ່າຮຽນ ເອົາຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດຂອງນັກຮົບໃນການຕໍ່ສູ້ຢ່າງອົງອາດກ້າຫານ ມີນໍ້າໃຈຮັກຊາດອັນສູງສົ່ງ ຕໍ່ສູ້ບໍ່ຍອມຈໍານົນຈົນສາມາດຍາດໄດ້ໄຊຊະນະ ອັນຍິ່ງໃຫຍ່ ແລະ ສະຖາປະນາປະເທດຊາດໄດ້ຢ່າງສົມກຽດ.

Scroll to Top