ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ, ນໍາໂດຍ ພົນໂທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າຮ່ວມກອງປະຊຸມລັດ ຖະມົນຕີອາຊຽນວ່າດ້ວຍການຕ້ານອາຊະຍາກໍາຂ້າມຊາດ ຄັ້ງທີ 19 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ (19th AMMTC and Its Related Meetings) ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 9 – 11 ກັນຍາ 2025 ທີ່ ມາລັກກາ ປະເທດ ມາເລເຊຍ.
ຈຸດປະສົງເພື່ອປຶກສາຫາລືກ່ຽວກັບສະພາບອາຊະຍາກຳຂ້າມຊາດ ຕາມຂົງເຂດທີ່ເປັນບຸລິມະສິດຂອງກົນໄກກອງປະຊຸມລັດຖະມົນຕີອາຊຽນ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຕ້ານອາຊະຍາກຳຂ້າມຊາດ; ແລກປ່ຽນບົດຮຽນໃນການແກ້ໄຂບັນຫາອາຊະຍາກຳຂ້າມຊາດ; ຮັບຮອງເອກະສານສຳຄັນສຳລັບການຮ່ວມມືໃນຕໍ່ໜ້າ ກ່ຽວກັບສະພາບອາຊະຍາກຳໃນ 8 ຂົງເຂດບຸລິມະສິດຂອງອາຊຽນ ເຊັ່ນ: ການລັກລອບຄ້າຢາເສບຕິດ, ການຄ້າມະ ນຸດ, ການລັກລອບນໍາຄົນເຂົ້າ-ອອກເມືອງ, ອາຊະຍາກໍາທາງຄອມພິວເຕີ-ການຫຼອກລວງສໍ້ໂກງອອນລາຍ, ການກໍ່ການຮ້າຍ, ການລັກລອບຄ້າອາວຸດເສິກ, ການລັກລອບຄ້າສັດປ່າ ແລະ ໄມ້ຫວງຫ້າມ ແລະ ການຟອກເງິນ. ເຊິ່ງບັນດາປະເທດສະມາຊິກອາຊຽນເຫັນວ່າ ບັນຫາອາຊະຍາກໍາຂ້າມຊາດດັ່ງກ່າວ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຮ້າຍແຮງຕໍ່ພາກພື້ນໃນປັດຈຸບັນ ແລະ ນັບມື້ນັບສະລັບຊັບຊ້ອນຂຶ້ນເລື້ອຍໆ ຍ້ອນພວກອາຊະຍາກອນໄດ້ສວຍໃຊ້ເຕັກໂນໂລຊີທັນສະໄໝ ໂດຍສະເພາະແມ່ນປັນຍາປະດິດ ແລະ ລະບົບດີຈິຕ໋ອນ ເພື່ອກໍ່ອາຊະຍາກໍາ ແລະ ລົບຫຼີກການກວດກາຂອງເຈົ້າໜ້າທີ່, ເຊິ່ງໃນແຕ່ລະປີ ໄດ້ສ້າງຄວາມເສຍຫາຍເປັນມູນຄ່າມະຫາສານ

