ແຈ້ງປັບລາຄານໍ້າມັນເຊື້ອໄຟທຸກປະເພດ​ ​ເລີ່ມ​ 6:00​ ໂມງເຊົ້າ ຂອງວັນທີ​ 18 ກັນຍາ​ 2025 ນີ້ !
ກົມການຄ້າພາຍໃນ ກະຊວງ ອຸດສະຫະກຳ​ ແລະ ການຄ້າ​ ໄດ້ອອກແຈ້ງການເລກທີ 1313/ກຄພນ, ລົງວັນທີ 17 ກັນຍາ 2025, ກ່ຽວກັບການປັບປ່ຽນລາຄານ້ຳມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ​ເຊິ່ງເລີ່ມປະຕິບັດແຕ່ເວລາ​ 6​ ໂມງເຊົ້າ​ ຂອງວັນທີ​ 18​ກັນຍາ​ 2025 ນີ້!
-ແອັດຊັງພິເສດ ປັບ​ຂຶ້ນ +270 ກີບ/ລິດ.
-ແອັດຊັງທຳມະດາ ປັບ​ຂຶ້ນ​​​​​ +260 ກີບ/ລິດ.​
-ກາຊວນ ປັບ​ຂຶ້ນ +70 ກີບ/ລິດ.​
ຕົວຢ່າງ: ລາຄານໍ້າມັນ ໃນນະຄອນຫຼວງວຽງຈັນ:
+ລາຄາໃໝ່:
-ແອັດຊັງພິເສດ 28,870 ກີບ/ລິດ.
-ແອັດຊັງທຳມະດາ 24,140 ກີບ/ລິດ.
-ກາຊວນ​ 19,600 ກີບ/ລິດ.
Scroll to Top