ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ແຈ້ງການເພີ່ມການລະບາຍນ້ຳ!!
ພາຍຸໝູນເຂດຮ້ອນ “ແມດໂມ” ກຳລັງເຄື່ອນທີ່ເຂົ້າມາ!
ອີງຕາມການແຈ້ງການຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພໃຫ້ຊາບວ່າ ພາຍຸໝູນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈຳປີ 2025 ກຳລັງມາ!
ເສັ້ນທາງພາຍຸ: ຄາດວ່າຈະຂຶ້ນແຄມຝັ່ງ ສສ ຫວຽດນາມ ລະຫວ່າງວັນທີ 5-6 ຕຸລາ 2025 ແລະ ຈະອ່ອນກຳລັງກາຍເປັນຄວາມກົດດັນອາກາດຕ່ຳທີ່ມີກຳລັງແຮງປົກຄຸມຢູ່ ພາກເໜືອຂອງປະເທດລາວ.
ຜົນກະທົບ: ລະຫວ່າງວັນທີ 03 ຫາ 07 ຕຸລາ 2025, ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນທົ່ວທຸກພາກ.
ມື້ນີ້ ວັນທີ 3 ຕຸລາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຂໍແຈ້ງໃຫ້ຊາບກ່ຽວກັບການບໍລິຫານຈັດການນໍ້າ ແມ່ນ ໄດ້ເພີ່ມການລະບາຍນ້ຳ ເພື່ອຮັກສາຄວາມປອດໄພ ໃຫ້ກັບທຸກພາກສ່ວນ ຕາມຂັ້ນຕອນທາງດ້ານເຕັກນີກວິຊາການ ເນື່ອງຈາກລະດັບນ້ຳໃນອ່າງເກັບນ້ຳເຂື່ອນນ້ຳງື່ມ 1 ໄດ້ເພີ່ມຂຶ້ນ!
• ປະລິມານນ້ຳທີ່ລະບາຍເພີ່ມ: ປະລິມານນ້ຳທີ່ໄດ້ໄຫຼອອກຈາກເຂື່ອນໄຟຟ້ານ້ຳງື່ມ 1 ລວມທັງໝົດຈະເພີ່ມຂຶ້ນຈາກ 894.40 ແມັດກ້ອນຕໍ່ວິນາທີ ມາເປັນ 974.40 ແມັດກ້ອນຕໍ່ວິນາທີ .
• ການເພີ່ມການລະບາຍນ້ຳນີ້ ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນເພີ່ມຂຶ້ນອີກປະມານ 15-20 cm.
ການເພີ່ມການລະບາຍນໍ້າ, ປະລິມານນ້ຳຈະເຮັດໃຫ້ຫຼາຍພື້ນທີ່ລຸ່ມຂອງເຂື່ອນມີຄວາມສ່ຽງນ້ຳຮອດຈຸດຖ້ວມເຊັ່ນ:
• ຈຸດວັດແທກບ້ານຈຸ້ມ: ໃກ້ເຖິງຈຸດເຕືອນໄພທີ່ສຸດ, ເຫຼືອພຽງ 0.10 ແມັດ.
• ຈຸດວັດທີ່ລາດ: ຍັງເຫຼືອ 1.30 ແມັດ ເຖິງຈຸດນ້ຳຖ້ວມ (13.60 ແມັດ).
• ຈຸດວັດບ້ານປາກກາຍງຸ: ຍັງເຫຼືອ 1.72 ແມັດ ເຖິງຈຸດນ້ຳຖ້ວມ (12 ແມັດ).
⚠️ ຂໍຄວາມຮ່ວມມືຢ່າງຮີບດ່ວນ!
ສະພາບການໃນປັດຈຸບັນແມ່ນມີຄວາມສ່ຽງສູງທັງຈາກການລະບາຍນ້ຳຂອງເຂື່ອນ ແລະ ອິດທິພົນຂອງພາຍຸ Matmo ທີ່ຈະເຮັດໃຫ້ເກີດ ນ້ຳປ່າໄຫຼຊຸແຮງ, ດິນເຈື່ອນ, ແລະ ນ້ຳຖ້ວມຍື່ງ.
1. ປະຊາຊົນລຽບຕາມແມ່ນ້ຳງື່ມ: ຕ້ອງມີສະຕິ ແລະ ຍົກຍ້າຍສິ່ງຂອງຂຶ້ນສູ່ບ່ອນສູງທັນທີ ຍ້ອນລະດັບນ້ຳຈະເພີ່ມຂຶ້ນ 15-20 cm ພາຍຫຼັງການປັບປະຕູນ້ຳລົ້ນ.
2. ປະຊາຊົນທົ່ວປະເທດ: ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.
Scroll to Top