ອີງຕາມແຈ້ງການສະບັບເລກທີ 593/ຈນວ, ລົງວັນທີ 9 ຕຸລາ 2025 ຂອງເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກົດລະບຽບ ວ່າດ້ວຍການຄຸ້ມຄອງ ງານບຸນນະມັດສະການພຣະທາດຫຼວງ ວາງສະແດງສິນຄ້າ ພສ 2568, ວັນທີ 1-5 ພະຈິກ ປະຈໍາປີ 2025:
1. ຫ້າມຂາຍ ແລະ ນໍາເອົາສິ່ງເສບຕິດ, ດື່ມສິ່ງມຶນເມົາ, ຫຼິ້ນການພະນັນ ແລະ ອາລະວາດຕີກັນ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະນັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາມົກ ອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ວາງຂາຍພາຍໃນງານບຸນ ຢ່າງເດັດຂາດ;
2. ຫ້າມໂຄສະນາ ຂາຍສິນຄ້າເກີນຄວາມເປັນຈິງ, ບໍ່ອະນຸຍາດນຸ່ງເຄື່ອງລາມົກອະນາຈານ ເຂົ້າໃນໃນງານບຸນ.
3. ຫ້າມເທສິນຄ້າຂາຍຊະຊາຍລົງພື້ນ, ປູຂາຍລົງພື້ນຢູ່ຕໍ່ບູດຂອງຕົນ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ ເດັດຂາດ;
4. ຫ້າມບຸກຄົນ, ນິຕິບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານ ວາງສິ່ງກີດຂວາງການຈັດສັນ ສະຖານທີ່ວາງສະແດງ-ຂາຍສິນຄ້າ ຂອງຄະນະກຳມະການຈັດງານບຸນ;
5. ສໍາລັບນັກສະແດງສິລະປະຜູ້ໃນງານແຕ່ລະຈຸດ ຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ ໃຫ້ຖືກຕ້ອງຕາມຮີດຄອງປະເພນີອັນດີງາມ ຂອງລາວ;
6. ຫ້າມຫົ່ມຜ້າອ້ອມອົງພຣະທາດຫຼວງ ເດັດຂາດ;
7. ຫ້າມເຮັດກິດຈະກຳທາງສາສະໜາ ຫຼື ກິດຈະກຳໃດໜຶ່ງ ທີ່ບໍ່ສອດຄ່ອງກັບຮີດຄອງປະເພນີ ທີ່ເຄີຍປະຕິບັດມາ ຢູ່ບໍລິເວນເດີ່ນພຣະທາດຫຼວງ ແລະ ໃນກົມມະລຽນພຣະທາດຫຼວງເດັດຂາດ;
8. ຫ້າມເພດຍິງນຸ່ງໂສ້ງ, ກະໂປ່ງ ຫຼື ສະເກິດ (ຕ້ອງນຸ່ງສິ້ນທຸກຄັ້ງທີ່ເຂົ້າໃນກົມມະລຽນພຣະທາດຫຼວງ); ສໍາລັບເພດຊາຍ ຫ້າມນຸ່ງໂສ້ງຂາສັ້ນເກີນເທິງຫົວເຂົ້າ, ຫ້າມນຸ່ງສິ້ນ (ຕ້ອງນຸ່ງໂສ້ງຂາຍາວ ຫຼື ຜ້າສະໂຫຼ້ງ);
9. ຫ້າມໄຕ້ທຽນໃສ່ຕີນພຣະທາດຫຼວງ, ຕາມລະບຽງກົມມະລຽນ ຫຼື ສິ່ງກໍ່ສ້າງອື່ນໆ (ໄຕ້ໄດ້ ສະເພາະຮາງເຫຼັກທີ່ຈັດສັນໄວ້ໃຫ້);
10. ຂະບວນການແຫ່ຜາສາດເຜິ້ງ ຕ້ອງໄດ້ລົງທະບຽນນໍາອົງການແນວລາວສ້າງຊາດນະຄອນຫຼວງ ຈຶ່ງມີສິດແຫ່ເຂົ້າໄປພາຍໃນກົມມະລຽນພຣະທາດຫຼວງໄດ້; ຮູບແບບຜະສາດເຜິ້ງຖືກຕ້ອງຕາມປະເພນີ ແລະ ຫ້າມນໍາເອົາສິ່ງປະດິດທີ່ບໍ່ແມ່ນຜະສາດເຜິ້ງເຂົ້າມາໃນງານບຸນ ເດັດຂາດ;
11. ຫ້າມພຣະສົງ, ແມ່ຊີ-ແມ່ຂາວ-ພໍ່ຂາວ ນໍາເອົາຝ້າຍມັດແຂນເຄື່ອງສັກກາລະບູຊາອື່ນ ມາວາງເຮັດກິດຈະກຳທາງພິທີທາງສາສະໜາ ຢູ່ອ້ອມຮອບຂອບເຂດຮົ້ວ, ດ້ານໜ້າທາງເຂົ້າກົມມະລຽນ ເດັດຂາດ.
12. ຫ້າມສວຍໂອກາດຂຶ້ນລາຄາຄ່າເຊົ່າຫ້ອງ, ຄ່າບໍລິການຕາມລໍາພັງໃຈ, ການເປັນນາຍໜ້າຈັບຈ່ອງ ຫ້ອງຂາຍສິນຄ້າ ແລະ ບໍລິການ ເພື່ອເກງກຳໄລ ເດັດຂາດ;
13. ຫ້າມນໍາເອົາເຄື່ອງສຽງ ຂະໜາດໃຫຍ່ ທີ່ມີຄວາມດັງເກີນ 85 ດີຊີເບວ ເຂົ້າມານໍາໃຊ້ ໂດຍບໍ່ມີໃບອະນຸຍາດ, ຖ້າພົບເຫັນຈະຖືກປັບໃໝ ເຄື່ອງລະ 10.000.000 ກີບ;
14. ກິດຈະກຳທາງດ້ານວັດທະນະທຳ-ການທ່ອງທ່ຽວ ເຊັ່ນ: ຂາຍອາຫານ-ເຄື່ອງດື່ມ ທີ່ມີດົນຕີ, ເຄື່ອງສຽງຢູ່ຂອບເຂດບໍລິເວນງານບຸນ ຕ້ອງໄດ້ມາຂໍອະນຸຍາດ ນໍາພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ອະນຸກຳມະການຄຸ້ມຄອງວັດທະນະທຳ);
15. ຫ້າມບໍ່ໃຫ້ນໍາເອົາຄົນຕ່າງປະເທດ ມາໂຄສະນາສິນຄ້າ ຢູ່ບັນດາຮ້ານຄ້າ, ບູດວາງສະແດງສິນຄ້າ ແລະ ເວທີ ອື່ນໆ. ຍົກເວັ້ນ ບັນດານະຄອນປະເທດເພື່ອນມິດ ທີ່ຖືກເຊີນເຂົ້າຮ່ວມ;
16. ບັນດາຮ້ານຄ້າຂາຍ, ຈຳໜ່າຍ ແລະ ໂຄສະນາສິນຄ້າ ທຸກປະເພດ ໃນຂອບເຂດບໍລິເວນງານບຸນພຣະທາດຫຼວງ ຫ້າມແຈກແຜນພັບ, ໂຄສະນາສິນຄ້າ ແລະ ສ້າງສິ່ງເສດເຫຼືອ-ຂີ້ເຫຍື້ອ ຊະຊາຍ;
17. ຫ້າມເປີດຮ້ານ, ບູດວາງສະແດງສິນຄ້າ ໃນຂອບເຂດເດີ່ນສະໜາມຫຼວງ, ພຣະທາດຫຼວງ ບໍລິເວນອ້ອມຮອບ ກາຍເວລາ 23:00 ໂມງ ເດັດຂາດ.
– ບຸກຄົນ, ນິຕິບຸກຄົນ ຫຼື ພາກສ່ວນໃດໜຶ່ງທີ່ຝ່າຝືນກົດລະບຽບສະບັບນີ້ ແລະ ຂໍ້ກຳນົດຕ່າງໆທີ່ໄດ້ວາງອອກ ຈະໄດ້ຖືກກ່າວເຕືອນສຶກສາອົບຮົມ (ກໍລະນີສະຖານເບົາ), ປັບໃໝ ແລະ ປະຕິບັດວິໄນຕາມ ສະຖານໜັກ ຫຼື ເບົາ ຂອງຄວາມຜິດ ແລະ ຕາມລະບຽບກົດໝາຍ ຂອງລັດ, ໃນກໍລະນີມີການລະເມີດກົດ ລະບຽບ, ຂໍ້ກຳນົດຮ້າຍແຮງ ແມ່ນຈະບໍ່ມີການກ່າວເຕືອນ ເຈົ້າໜ້າທີ່ ສາມາດເຂົ້າຈັດຕັ້ງປະຕິບັດໄດ້ເລີຍ;
– ທຸກຄົນຕ້ອງເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບສຸກ, ນັບຖືກົດລະບຽບສະບັບນີ້ ຢ່າງເຂັ້ມງວດ ຖ້າຜູ້ໃດລະເມີດຂໍ້ຫ້າມໃດໜຶ່ງແມ່ນຈະຖືກປັບໃໝແຕ່ 500.000 ກີບ ຫາ 10.000.000 ກີບ ແລ້ວແຕ່ກໍລະນີໜັກ-ເບົາ ຫຼື ກັກຕົວສືບສວນ ຕາມສະຖານຄວາມຜິດ;
– ຖ້າພົບເຫັນບຸກຄົນ, ນິຕິບຸກຄົນ ລະເມີດຕໍ່ລະກົດລະບຽບດັ່ງກ່າວນີ້ ຂໍໃຫ້ແຈ້ງຕໍ່ຄະນະຮັບຜິດຊອບງານບຸນ ຫຼືເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ພາຍໃນງານບຸນ ແລະ ຜາມກຳມະການ;
– ຕໍ່ຜູ້ມີຜົນງານຈະໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະກຳມະການຈັດງານຢ່າງສົມກຽດ.