ລາຄາຄຳຮູບປະພັນ ປິດທ້າຍເດືອນຕຸລາ ປັບຂຶ້ນອີກເລັກໜ້ອຍມາຢູ່ທີ່ 1ບາດ 43,879,000 ກີບ
ສິ້ນສຸດເດືອນອັນປັ່ນປ່ວນ ຮ້ອນແຮງຂອງລາຄາຄຳ ຫຼັງຈາກຂຶ້ນເຖິງ50ລ້ານກີບຕໍ່ບາດ.
ສຳລັບທ່ານທີ່ຍັງຄ້າງຢູ່ດອຍ ຫາກຍັງບໍ່ຮ້ອນເງິນນັກວິເຄາະແນະນຳໃຫ້ຖືໄວ້ຍາວໆ ລາຄາຄຳປີນີ້ ແລະ ປີໜ້າ ຍັງຈະຂຶ້ນໄປອີກຢູ່
——–
ສຳນັກຂ່າວບລູມເບີກ ລາຍງານວ່າ: ມີການຄາດການວ່າລາຄາຄຳແທ່ງ ອາດພຸ່ງສູງຂຶ້ນໄປໃກ້ລະດັບ 5,000 ໂດລາຕໍ່ອອນ ພາຍໃນທ້າຍປີ 2026 ເຊິ່ງເປັນວັນປະຊຸມສະມາຄົມຕະຫຼາດຄໍາແທ່ງແຫ່ງລອນດອນ (LBMA) ໃນປີຕໍ່ໄປ ໂດຍຜົນສຳຫຼວດຈາກແບບສອບຖາມ 106 ສະບັບ ຊີ້ວ່າລາຄາຄໍາທີ່ຄາດຄະເນສະເລ່ຍຢູ່ທີ່ 4,980.30 ໂດລາຕໍ່ອອນ ເຊິ່ງເພີ່ມຂຶ້ນປະມານ 27% ຈາກລະດັບລາຄາປັດຈຸບັນ ເນື່ອງຈາກມີສັນຍານບົ່ງບອກເຖິງຄວາມຕ້ອງການທີ່ຕໍ່ເນື່ອງ ທັງຈາກທະນາຄານກາງ ແລະ ກຸ່ມນັກລົງທຶນ.
.
ລາຄາຄໍາ ໄດ້ປັບຕົວຫຼຸດລົງມາຢູທີ່ປະມານ 3,900 ໂດລາຕໍ່ອອນ ຫຼັງຈາກທີ່ສ້າງສະຖິຕິສູງສຸດເປັນປະຫວັດການເມື່ອວັນທີ 20 ຕຸລາ 2025. ການຫຼຸດລົງຄັ້ງນີ້ເກີດຈາກນັກລົງທຶນບາງສ່ວນເທຂາຍສ້າງກໍາໄລຫຼັງຈາກທີ່ລາຄາປັບຕົວສູງຂຶ້ນມາຢ່າງຕໍ່ເນື່ອງໃນຫຼາຍເດືອນ.
ຢ່າງໃດກໍຕາມ, ເຖິງຈະມີການເທຂາຍສ້າງກໍາໄລໃນໄລຍະສັ້ນ ແຕ່ລາຄາຄໍາໂດຍລວມໃນປີນີ້ກໍຍັງຄົງປັບຕົວຂຶ້ນປະມານ 50%.
Scroll to Top