
ເຝົ້າຕິດຕາມພາຍຸໄຄແມກີ ວັນທີ 07 ຫາ 09 ພະຈິກ 2025.
ພາຍຸຫົວນີ້ຈະສົ່ງຜົນກະທົບເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງ ແລະ ຈະມີຝົນຕົກຫນັກ ຫາ ຫນັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກ ກາງ ແລະ ພາກໃຕ້ ເຊັ່ນ: ແຂວງອັດຕະປື, ເຊກອງ, ຈໍາປາສັກ, ສາລະວັນ, ຄໍາມ່ວນ, ສະຫັວນນະເຂດ, ບໍລິຄໍາໄຊ, ນະຄອນຫຼວງ ວຽງຈັນ ແລະ ໄຊຍະບູລີ ໃນໄລຍະວັນທີ 07 ຫາ 09 ພະຈິກ 2025.