
ຈະມີພິທີຊ້ອມໃຫຍ່ເດີນສວນສະໜາມສະຫຼອງວັນຊາດ ໃນວັນທີ 21 ແລະ ວັນທີ 28 ພະຈິກ 2025 ຢູ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ) ເວລາ 7:30 ເປັນຕົ້ນໄປ
ແຈ້ງຂ່າວເຖິງ: ພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນ ລາວບັນດາເຜົ່າ ລວມທັງແຂກຕ່າງປະເທດທີ່ອາໄສຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ຮັບຊາບທົ່ວເຖິງ ກັນວ່າ: ໃນຕອນເຊົ້າ ເວລາ 7 ໂມງ 00 ຂອງວັນທີ 14, ວັນທີ 21 ແລະ ວັນທີ 28 ພະຈິກ 2025, ຢູ່ທີ່ສະໜາມຫຼວງ (ເດີນພະທາດຫຼວງວຽງຈັນ) ຈະມີພິທີຊ້ອມໃຫຍ່ ປະສານທຸກພາກສ່ວນໃນການເດີນສວນສະໜາມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ.
ດັ່ງນັ້ນ, ຈຶ່ງຂໍເຊີນຊວນປະຊາຊົນລາວທຸກຊັ້ນຄົນ ຮ່ວມຊົມໄດ້ຕາມວັນ, ເວລາດັ່ງກ່າວ.