ສະຖາບັນການເງິນ ຊັບທະວີ (FIS) ແລະ ທະນາຄານ ຄຳລາວ ຈຳກັດ (LBB) ໄດ້ຈັດພິທີເຊັນສັນຍາ ເປັນຄູ່ຮ່ວມມືທາງທຸລະກິດໃຫ້ເຂົ້າເຖິງບໍລິການທາງດ້ານການເງິນ

ໃນວັນທີ 13 ພະຈິກ 2025, ສອງຝ່າຍໄດ້ມີພິທີເຊັນສັນຍາ ລະຫວ່າງ ສະຖາບັນການເງີນຊັບທະວີ ແລະ ທະນາຄານຄໍາ ລາວ ຈຳກັດ ໂດຍ ຈັດຂຶ້ນຢູ່ທີ່ສໍານັກງານໃຫຍ່ ບໍລິສັດປີໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ.

ໂດຍມີຈຸດປະສົງ ຜັນຂະຫຍາຍຂອບການຮ່ວມມື ການນໍາໃຊ້ໃບຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ທີ່ນຳມາໃຊ້ເປັນຫຼັກຊັບຄໍ້າປະກັນ ໃນການກູ້ຢືມເງິນ ກັບ ສະຖາບັນການເງິນ ຊັບທະວີ ໃຫ້ກຽດເຂົ້າຮ່ວມໃນພິທີເຊັນສັນຍາ ຮ່ວມມືໃນຄັ້ງນີ້, ໂດຍ ຝ່າຍ ສະຖາບັນການເງິນ ຊັບທະວີ ແມ່ນຕາງໜ້າໂດຍ ທ່ານນາງ ລາສີ ມີສາວົງ ປະທານສະຖາບັນການເງິນຊັບທະວີ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ຝ່າຍ ທະນາຄານ ຄຳລາວ ແມ່ນໄດ້ຕາງໜ້າໂດຍ ທ່ານນາງ ສຸພາພອນ ສວນນະວົງ ຮອງຜູ້ອໍານວຍການ; ຮອງປະທານ ທະນາຄານຄຳລາວ ຈຳກັດ ພ້ອມຄະນະ ແລະ ແຂກກິຕິມະສັກເຂົ້າຮ່ວມ ເປັນສັກຂີພິຍານ.

ໃນພິທີງານເຊັນສັນຍາ ການຮ່ວມມືທາງທຸລະກິດ ດັ່ງກ່າວ, ທ່ານນາງ ລາສີ ມີສາວົງ ປະທານສະຖາບັນການເງິນຊັບທະວີ ກໍ່ໄດ້ຂຶ້ນກ່າວ ກ່ຽວກັບຄວາມສໍາຄັນຂອງການຮ່ວມມືໃນຄັ້ງນີ້ ຈຸດປະສົງ ໃນຄັ້ງນີ້ເປົ້າໝາຍເພື່ອ: ການອອກໃບຢັ້ງຢືນຖານະທາງການຄໍາຈາກລູກຄ້າທີ່ອອກໂດຍ ທະນາຄານຄຳ ເພື່ອເປັນຫຼັກຊັບຄໍ້າປະກັນໃນການກູ້ຢືມເງິນ ແລະ ການອອກ ໜັງສືຄໍ້າປະກັນໃຫ້ກັບລູກຄ້າທີ່ສະເໜີກູ້ຢືມ ແລະ ພັດທະນາ ທຸລະກິດແບບຍືນຍົງ ແລະ ເພີ່ມທະວີການ ຮ່ວມມືລະຫວ່າງ ຜູ້ໃຫ້ບໍລິການທາງດ້ານການເງິນ

ໂດຍມຸ່ງເນັ້ນສ້າງຄວາມຮ່ວມມືທາງດ້ານທຸລະກິດ ສະໜອງສິນເຊື່ອ ໃຫ້ບຸກຄົນ ນິຕິບຸກຄົນ ທີ່ຕ້ອງການເງິນທຶນ ດ້ວຍການນຳຄຳ ມາຄ້ຳປະກັນ ເພື່ອເປັນຫຼັກຊັບ ໃນການສະເໜີກູ້ຢືມ ໂດຍທະນາຄານຄຳຈະອອກໃບຢັ້ງຢືນຖານະທາງການຄຳໃຫ້ໃນການຂໍສິນເຊື່ອ ຈະເປັນອີກຊ່ອງທາງໜຶ່ງໃນການເຂົ້າເຖິງແຫຼ່ງທຶນ ຂອງຜູ້ທີ່ຕ້ອງການແຫຼ່ງທຶນ ໃນ ສປປ ລາວ ໃຫ້ນັບມື້ນັບຂະຫຍາຍຕົວ

          ພາຍໃຕ້ການຮ່ວມມືກັນໃນຄັ້ງນີ້, ທັງສອງຝ່າຍ ມີຄວາມມຸ່ງຫວັງທີ່ຈະຜັນຂະຫຍາຍນຳເອົາຜະລິດຕະພັນສິນເຊື່ອ ແລະ ການບໍລິການທາງດ້ານການເງິນຂອງ ສະຖາບັນການເງິນຊັບທະວີ ໃຫ້ເຂົ້າເຖິງພາກທຸລະກິດ, ປະຊາຊົນ ພໍ່ຄ້າຊາວຂາຍ ທີ່ຕ້ອງການເງິນທຶນ ໂດຍສະເພາະແມ່ນການຜັນຂະຫຍາຍນຳເອົາແຫຼ່ງທຶນຂອງສະຖາບັນການເງິນຊັບທະວີ ໃຫ້ເຂົ້າເຖິງ ບຸກຄົນ ນິຕິບຸກຄົນ ເພື່ອເປັນທຶນໝູນວຽນຕໍ່ຍອດທຸລະກິດ ອັນເປັນການຊ່ວຍເສີມສະພາບຄ່ອງທາງດ້ານການເງິນກໍ່ຄືທຸລະກິດໃຫ້ມີຂີດຄວາມສາມາດຫຼາຍຂື້ນ.

ພິທີລົງນາມໃນມື້ນີ້ ເປັນການສະແດງເຖິງເຈດຕະນາຂອງຜູ້ບໍລິຫານທັງສອງຝ່າຍ ໃນການຮ່ວມມືຢ່າງຕໍ່ເນື່ອງ ບໍ່ພຽງແຕ່ການແບ່ງປັນຊັບພະຍາກອນ ຫຼື ຊ່ອງທາງທຸລະກິດເທົ່ານັ້ນ ແຕ່ຍັງເປັນການສ້າງເຄືອຂ່າຍຄວາມຮ່ວມມື ເພື່ອໃຫ້ທັງສອງອົງກອນ ສາມາດຮັບມືກັບການປ່ຽນແປງໃນຕະຫຼາດການເງິນ ແລະ ເທັກໂນໂລຊີໃໝ່ໆ ໄດ້ຢ່າງມີປະສິດທິພາບ. ພ້ອມກັນນັ້ນ ຄວາມຮ່ວມມືນີ້ ຍັງເປັນໂອກາດທີ່ດີ ໃຫ້ທັງ ສະຖາບັນການເງິນຊັບທະວີ ແລະ ທະນາຄານຄຳລາວ ຈຳກັດ ໄດ້ນໍາເອົາຜະລິດຕະພັນ ແລະ ການບໍລິການ ທີ່ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ ໃນດ້ານສິນເຊື່ອທຸລະກິດ ແລະ ຄົວເຮືອນ, ການອອມຄຳ ແລະ ການລົງທຶນ, ລວມເຖິງການໃຫ້ຄໍາປຶກສາທາງການເງິນ ແລະ ເທັກໂນໂລຊີທາງການເງິນທີ່ທັນສະໄໝ ເພື່ອຮັບໃຊ້ການບໍລິການເກີດຄວາມສະດວກ ປອດໄພ ແລະ ເກີດປະໂຫຍດຮ່ວມກັນຢ່າງແທ້ຈິງ.

         ໃນໂອກາດນີ້, ຕາງໜ້າຄະນະຜູ້ບໍລິຫານ, ສະພາບໍລິຫານ ພ້ອມພະນັກງານຂອງສະຖາບັນການເງິນຊັບທະວີ ຂໍອວຍພອນໃຫ້ການຮ່ວມມືລະຫວ່າງ ສະຖາບັນການເງິນ ຊັບທະວີ ແລະ ທະນະຄານຄຳລາວ ຈົ່ງປະສົບຜົນສຳເລັດ ແລະ ຈະເລີນງອກງາມຍີ່ງໆຂື້ນໄປ ແລະ ນຳຜົນປະໂຫຍດສູງສຸດມາສູ່ 2 ອົງກອນ ແລະ ສ້າງຜົນປະໂຫຍດໃຫ້ແກ່ລູກຄ້າ ແລະ ປະຊາຊົນຜູ້ໃຊ້ບໍລິການໃນປະຈຸບັນ ແລະ ອານາຄົດ.

Scroll to Top