
ຖະແຫລງການຮ່ວມລາວ-ຫວຽດນາມ
ໂດຍຕອບຮັບຄຳເຊື້ອເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ, ສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຂອງ ພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ເຂົ້າຮ່ວມພິທີສະເຫລີມສະຫລອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ເປັນປະທານຮ່ວມກອງປະຊຸມພົບປະ ປະຈໍາປີ 2026 ລະຫວ່າງ ສອງກົມການເມືອງ ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ແຕ່ວັນທີ 01-02 ທັນວາ 2025.
ໃນໂອກາດດັ່ງກ່າວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ພົບປະກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ; ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ພົບປະກັບ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ; ວາງພວງມາລາ ຢູ່ອະນຸສາວະລີ ນັບຮົບນິລະນາມ; ເຂົ້າຮ່ວມພິທີເປີດການນຳໃຊ້ ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ; ຢ້ຽມຢາມບັນດາສະຫາຍອະດີດການນຳພັກ, ລັດ ລາວ; ພົບປະໂອ້ລົມ ຢູ່ສະຖາບັນການເມືອງການປົກຄອງ ແຫ່ງຊາດລາວ ແລະ ເຂົ້າຮ່ວມກິດຈະກຳອື່ນໆ ທີ່ ສປປ ລາວ.
ສອງຝ່າຍ ຢືນຢັນການແລກປ່ຽນບົດຮຽນ, ຄົ້ນຄວ້າ ແລະ ການໝູນໃຊ້ນະໂຍບາຍບຸກທະລຸ ເຂົ້າໃນວຽກງານກໍ່ສ້າງ, ປັບປຸງປົວແປງພັກ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ພັດທະນາເສດຖະກິດ, ສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ກໍ່ສ້າງຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ຊັບຊ້ອນກົງຈັກການຈັດຕັ້ງ ແລະ ກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງແຕ່ລະພັກ, ປະກອບສ່ວນອັນສຳຄັນ ເຂົ້າໃນການຮັກສາສະຖຽນລະພາບຢ່າງໝັ້ນຄົງ ທາງດ້ານການເມືອງ, ກະຕຸກຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ປັບປຸງທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບຕ່າງປະເທດ.
ສອງຝ່າຍ ເປັນເອກະພາບປະສານສົມທົບຢ່າງແໜ້ນແຟ້ນ ໃນການຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ແຕ່ລະປະເທດ; ຜັນຂະຫຍາຍບັນດາອະນຸສັນຍາ, ຂໍ້ຕົກລົງ, ແຜນການຮ່ວມມື ແລະ ບົດບັນທຶກຊ່ວຍຈຳລະຫວ່າງ ກະຊວງປ້ອງກັນຊາດ, ກະຊວງປ້ອງກັນຄວາມສະຫງົບ ແລະ ລະຫວ່າງ ບາງກະຊວງ, ຂະແໜງການກ່ຽວຂ້ອງຂອງລາວ ແລະ ຫວຽດນາມ ຢ່າງແທດເໝາະຕົວຈິງ, ມີປະສິດທິຜົນ; ປະຕິບັດສົນທິສັນຍາວ່າດ້ວຍຊາວຕ່າງດ້າວ, ສົນທິສັນຍາວ່າດ້ວຍວຽກງານກົງສຸນ, ສົນທິສັນຍາວ່າດ້ວຍແຮງງານ ລະຫວ່າງສອງປະເທດ; ປະຕິບັດສົນທິສັນຍາ ວ່າດ້ວຍ ກົດລະບຽບການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນຢ່າງເຂັ້ມງວດ, ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາແບບຍືນຍົງ.
ສອງຝ່າຍ ຢືນຢັນຄວາມຕັດສິນໃຈສູງ ເພື່ອສ້າງສິ່ງອຳນວຍຄວາມສະດວກ, ລະດົມແຫລ່ງກຳລັງແຮງ ເພື່ອລົງທຶນ ໃນບັນດາໂຄງການຮ່ວມມືທີ່ເປັນຈຸດສຸມ ໃຫ້ປະກົດເປັນຮູບປະທໍາໂດຍໄວ, ຊຶ່ງປະກອບດ້ວຍ: ເສັ້ນທາງລົດໄຟ ວຽງຈັນ-ຫວຸງອາງ, ບັນດາໂຄງການສາຍສົ່ງໄຟຟ້າ ຈາກເຂດພາກເໜືອຂອງລາວໄປຫວຽດນາມ, ການຮ່ວມມືຊື້-ຂາຍຖ່ານຫີນ, ໄຟຟ້າ, ສ້າງສາງເກັບນ້ຳມັນເຊື້ອໄຟຍຸດທະສາດຢູ່ເຂດຊາຍແດນ ແລະ ຂຸດຄົ້ນແຮ່ທາດ, ຖືວ່ານີ້ແມ່ນກຳລັງຍູ້ດັນສຳຄັນ ແລະ ເປັນສິ່ງກະຕຸກຊຸກຍູ້ ແລະ ສ້າງບາດກ້າວບຸກທະລຸໃນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຕໍ່ໜ້າ.