ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ
ພັກປະຊາຊົນ ປະຕິວັດລາວໄດ້ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ຊຶ່ງມີຕົ້ນກຳເນີດມາຈາກ ພັກຄອມມູນິດ ອິນດູຈີນ, ເຊິ່ງແມ່ນປະທານໄກສອນພົມວິຫານເປັນຜູ້ລິເລີ່ມນຳພາກໍ່ຕັ້ງ ແລະ ຖະໜຸບຳລຸງໃຫ້ເຕີບໃຫຍ່ຂະຫຍາຍຕົວ ຈົນເທົ້າທຸກວັນນີ້ ຊຶ່ງ 70 ປີຜ່ານມາ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງ ພັກປະຊາຊົນປະຕິວັດລາວມາແລ້ວເຖິງ 11ຄັ້ງ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະດຳເນີນໄປຢ່າງເປັນທາງການ ແຕ່ວັນທີ 6- 8 ມັງກອນ 2026 ນີ້.
ຕະຫຼອດໄລຍະ 5ປີແຫ່ງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກຜ່ານມານັ້ນພັກ ປປ ລາວ ໄດ້ນຳພາການປະຕິວັດຊາດປະຊາທິປະໄຕ, ນຳພາປົກປັກຮັກສາ ແລະ ສ້າງສາລະບອບໃໝ່ປະສົບຜົນສຳເລັດຫຼາຍດ້ານ ບໍ່ວ່າທາງດ້ານເສດຖະກິດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານວັດທະນະທຳສັງຄົມ ລວມທັງການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດໃນໂລກ ໂດຍສະເພາະແມ່ນບັນດາປະເທດເພື່ອນມິດທີ່ຮ່ວມອຸດົມການດຽວກັນ ເຮັດໃຫ້ ສສປ ລາວ ນັບມື້ເຕີບໃຫຍ່ເຂັ້ມ ແຂງໃນເວທີພາກພື້ນ ແລະ ສາກົນ.
ພັກເຮົາເວລາໃດກໍຢຶດໝັ້ນລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ເປັນແນວຄິດ-ທິດສິດີຂອງພັກ ສປປ ລາວ, ສົມທົບແໝ້ນລະຫວ່າງລັດທິຮັກຊາດອັນແທ້ຈິງກັບລັດທິສາກົນອັນຜ່ອງໃສ,ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ຮູ້ເຕົ້າ ໂຮມຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ເຊີດຊູຄວາມເປັນແບບຢ່າງນຳໜ້າ,ຮັກສາໄດ້ຄຸນທາດ ການເມືອງຄຸນສົມບັດສິນທຳປະຕິວັດ ແລະ ໄດ້ຮັບຄວາມເຊື່ອໝັ້ນຈາກປະຊາຊົນລາວບັນດາເຜົ່າຕະຫຼອດມາ.
ຄະນະບໍລິຫານງານສູນກາງພັກໄດ້ຕີລາຄາ ວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນ ສໍາຄັນ ໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກ ການຂອງພັກ ສູ່ລວງເລິກສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາຂອງພັກປະຊາຊົນປະຕິ ວັດລາວ ແລະ ຖືເປັນບັ້ນສະຫຼຸບຖອດຖອນບົດຮຽນ ຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການ ເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກເພື່ອສືບຕໍ່ນໍາພາ ພາລະກິດປະຕິວັດ,ບູລະ ນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ພັກເຮົາ ສົມແລ້ວທີ່ເປັນກອງເສນາທິການທາງການເມືອງທີ່ສະຫຼາດສ່ອງໃສ, ເປັນກອງນຳໜ້າທີ່ແໜ້ນແກ່ນ, ເປັນຕົວແທນທີ່ຈົງຮັກພັກດີຕໍ່ຜົນປະໂຫຍດຂອງຊົນຊັ້ນກຳມະກອນ,ຊາວຜູ້ອອກແຮງງານທີ່ຮັກຊາດ, ເປັນແກນນຳໃນລະບົບການເມືອງແຫ່ງລະບອບປະຊາທິປະໄຕປະຊາຊົນອັນເຂັ້ມແຂງ ແລະ ສ້າງ ສປປ ລາວ ໃຫ້ມີສະຖຽນລະພາບທາງການເມືອງອັນໜັກແໜ້ນ,ສັງຄົມມີຄວາມສະຫງົບສຸກ, ເສດຖະກິດ ວັດທະນະທຳຫຼສັງຄມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາເປັນກ້າວໆ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວເທື່ອນີ້ ຮຽກຮ້ອງບັນ ດາຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບໜ້າທີ່ການເມືອງ, ຕັ້ງໜ້າບຸກບືນ, ສຸມສະຕິປັນ, ເຫື່ອແຮງທັງໝົດເຂົ້າໃນກອງປະຊຸມໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້,ນຳເອົາຜົນ ສຳເລັດກໍ່ຄືມະຕິກອງປະຊຸມຄັ້ງນີ້ລົງເຜີຍແຜ່ຢູ່ຮາກຖານໃຫ້ກວ້າງຂວາງເລິກເຊິ່ງທົ່ວເຖິງ ເພື່ອສືບຕໍ່ໃຫ້ສະມາຊິກພັກ-ພະນັກງານ ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ກຳແໜ້ນ ແລະ ເປັນເອກະພາບ,ສາມາດນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານ ແລະ ການດຳລົງຊີວິດຕົວຈິງໃຫ້ເກີດດອກອອກຜົນ, ເພື່ອຍົກສູງທັດສະນະຫຼັກໝັ້ນ, ຄຸນທາດການເມືອງຂອງສະມາຊິກພັກ-ພະນັກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີແບບແຜນການດຳລົງຊີວິດທີ່ປອດໃສ, ມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ມີສະຕິຕໍ່ການຈັດຕັ້ງ, ມີຄວາມເສຍສະຫຼະ, ມີຈັນຍາບັນທ່ຽງທຳ ປະກອບສ່ວນເຂົ້າໃນວຽກ ງາານທີ່ໄດ້ຮັບມອບໝາຍກໍ່ຕືການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສຳເລັດ.
ອວຍພອນໃຫ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີຂອງພັກປະຊາຊົນປະຕິວັດລາວຈົ່ງປະສົບຜົນສຳເລັດຕາມຄາດໝາຍທີ່ກຳນົດໄວ້ທຸກປະການ.
Scroll to Top