
ພັກເຮົາເຄີຍກ່າວໄວ້ວ່າ “ຊາວໜຸ່ມເປັນແຂນຂວາຂອງພັກ, ຊາວໜຸ່ມລາວຈົ່ງເປັນເໝືອນນົກອິນຊີ ທີ່ບໍ່ຫວາດຫວັ່ນຕໍ່ພາຍຸລົມແດງ’’. ຈາກຄຳກ່າວເວົ້ານີ້ ພວກເຮົາຍ່ອມຮັບຮູ້ ແລະ ເຂົ້າໃຈໄດ້ດີວ່າ: ຕະຫຼອດໄລຍະແຫ່ງການປະຕິວັດຊາດປະຊາທິປະໄຕ ຕ້ານຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ກໍຄືໄລຍະ ແຫ່ງການປົກປັກຮັກສາສ້າງສາພັດທະນາປະເທດຊາດໃນປັດຈຸບັນນີ້, ເຫັນໄດ້ວ່າຊາວໜຸ່ມລາວເປັນກໍາລັງແຮງໜຶ່ງປະກອບສ່ວນເຂົ້າໃນທຸກຂະບວນການ ແລະ ໃນຕໍ່ໜ້າກ້ອນກຳລັງອັນແຂງແກ່ນຂອງຊາວໜຸ່ມລາວ ຈະສືບຕໍ່ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານໃນໄລຍະໃໝ່ຕາມທິດທາງແຜນການຂອງລັດຖະບານໃຫ້ໄດ້ຮັບຜົນຂຶ້ນກວ່າເກົ່າອີກ.
ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວວ່າ: “ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ (2026-2030) ເຫັນວ່າ ຍຸດທະສາດການພັດທະນາຊັບພະຍາກອນມະນຸດ ເປັນຍຸດທະສາດໜຶ່ງທີ່ມີຄວາມໝາຍສໍາຄັນ ໃນການກໍານົດທິດທາງອານາຄົດຂອງຊາດກໍຄືຜູ້ສືບທອດພາ ລະກິດຂອງພັກ ເຫັນວ່າຍັງມີສິ່ງທ້າທາຍຫຼາຍ ເພາະວ່າອັດຕາປະລະການຮຽນຂອງນັກຮຽນໃນຊັ້ນປະຖົມ ແລະ ມັດທະຍົມ, ຄຸນນະພາບການຮຽນ-ການສອນຍັງບໍ່ທັນສູງ ສົ່ງຜົນໃຫ້ລະດັບສີມື, ການສ້າງສີມືແຮງງານ ຍັງມີຄວາມຈໍາກັດ ເຮັດໃຫ້ອັດຕາການວ່າງງານມີສູງ ໂດຍສະເພາະຢູ່ໃນໄວໜຸ່ມ ’’.
ສຳລັບການແກ້ໄຂວຽກງານນີ້ລັດຖະບານ ກໍໄດ້ມີແຜນການທີ່ຊັດເຈນໃນແຕ່ລະດ້ານໂດຍຈະເນັ້ນໃສ່ 5 ຈຸດທີ່ສໍາຄັນເປັນຕົ້ນເລັ່ງໃສ່ ການປັບປຸງຫຼັກສູດການຮຽນ-ການສອນ ຍົກລະດັບຂອງຄູ-ອາຈານ ຕິດພັນກັບການປັບປຸງໂຄງລ່າງພື້ນຖານຂອງການຮຽນ ການສຶກສາ ທັງສູນກາງແລະທ້ອງຖິ່ນ ຄວບຄູ່ກັບວຽກງານສາທາລະນະສຸກ ເຮັດໃຫ້ສະຖານທີ່ການຮຽນຂອງນັກຮຽນມີຄວາມສະດວກ ໂດຍສະເພາະນັກຮຽນຊັ້ນປະຖົມ – ມັດທະຍົມໃຫ້ມີສຸຂະອະນາໄມດີ ສ້າງສິ່ງແວດລ້ອມອັນໃໝ່ ສ້າງໃຫ້ນັກຮຽນຢາກກັບມາໂຮງຮຽນ ເພື່ອຮຽນໜັງສືໃຫ້ຫຼາຍຂຶ້ນ; ການສົ່ງເສີມພັດທະນາທາງດ້ານໂຮງຮຽນ ວິຊາຊີບ ໄປຄຽງຄູ່ກັບການຮຽນ, ການຝຶກ ເຂົ້າໃນການປະຕິບັດວຽກຕົວຈິງ ເຮັດໄດ້ແນວນັ້ນ ຈຶ່ງຈະເຮັດໃຫ້ນັກຮຽນທີ່ຈົບຈາກໂຮງຮຽນສາມາດເຮັດວຽກຕົວຈິງໄດ້; ລັດຖະບານຈະສົ່ງເສີມ-ລົງທຶນເຂົ້າໃນຂົງເຂດການພັດທະນາທາງດ້ານໄອທີ ດີຈີຕອນ, ນະວັດຕະກໍາ ແລະ ເຕັກໂນໂລຊີ, ວິທະຍາສາດທີ່ທັນສະໄໝ ຊຶ່ງຂົງເຂດວຽກງານນີ້ ແມ່ນມີຄວາມສໍາຄັນ ແລະ ມີຄວາມຕ້ອງການຫຼາຍ ໂດຍສະເພາະເຕັກນິກວິຊາການທາງດ້ານສີຂຽວ.
ລັດຖະບານຈະເນັ້ນໃສ່ເຂົ້າໃນການລົງທຶນສົ່ງເສີມນັກຮຽນທີ່ມີຄວາມຮູ້ຄວາມສາມາດ ໄປສຶກສານໍາບັນດາປະເທດທີ່ມີການພັດທະນາເພື່ອນໍາມາສືບຕໍ່, ຕໍ່ຍອດໃນການເຜີຍແຜ່ສຶກສາອົບຮົມໃຫ້ນັກຮຽນ ນັກສຶກສາພາຍໃນປະເທດລາວເຮົາ; ສົ່ງເສີມກົນໄກລະຫວ່າງໂຮງຮຽນ ມະຫາວິທະ ຍາໄລພາກເອກະຊົນ ແລະ ອຸດສາຫະກໍາໃນການສ້າງກົນໄກ ໃຫ້ສາມາດສ້າງຫຼັກສູດທີ່ສອດຄ່ອງກັບຕະຫຼາດແຮງງານທີ່ມີຢູ່ ເພື່ອເຮັດແນວໃດສົ່ງເສີມໂອກາດໃຫ້ນັກຮຽນ-ນັກສຶກສາ ທີ່ຮຽນຈົົບແລ້ວມີໂອກາດໄດ້ເຂົ້າເຮັດວຽກນໍາບັນດາພາກທຸລະກິດ, ວິສາຫະກິດ ແລະ ພາກອຸດສາຫະກໍາຕ່າງໆ ອັນທີ່ສໍາຄັນ, ແມ່ນການສົ່ງ ເສີມທາງດ້ານທັກສະ, ວິທີການຄິດ ຜູ້ປະກອບການໃໝ່ເຮັດແນວໃດຈະໃຫ້ຊາວໜຸ່ມ ນັກທຸ ລະກິດໜຸ່ມມີຄວາມຄິດລິເລີ່ມ ໃນການສ້າງທຸລະກິດອັນໃໝ່ ໂດຍການນໍາໃຊ້ນະວັດຕະກໍາເຂົ້າໃນການສຶກສາ ເພາະວ່າຂົງເຂດນີ້ ນັກຮຽນບໍ່ພຽງແຕ່ສາມາດສ້າງວຽກ, ສ້າງລາຍຮັບໃຫ້ໂຕເອງເທົ່ານັ້ນ ແຕ່ເຂົາເຈົ້າຍັງສາມາດສ້າງວຽກເຮັດງານທໍາໃຫ້ຜູ້ອື່ນ ແລະ ເຮັດໃຫ້ຜູ້ອື່ນ ສາມາດສ້າງລາຍໄດ້ຄືກັບຕົນເອງ.
ລັດຖະບານຈະເນັ້ນໃສ່ ແລະ ແນະນໍາທັກສະທາງດ້ານແນວຄິດ ລະບຽບວິໄນ, ວິທີວິເຄາະ ວິໄຈ ເພື່ອໃຫ້ຊາວໜຸ່ມ ແລະ ຜູ້ອອກແຮງງານມີຄວາມເຂົ້າໃຈ, ຮູ້ຕື່ນຕົວ, ປັບຕົວໃຫ້ເຂົ້າກັບສະພາບເສດຖະກິດ ແລະ ຕະຫຼາດແຮງງານໃນປັດຈຸບັນ ຊຶ່ງພວກເຮົາຕ້ອງຫັນເປັນມືອາຊີບ ແລະ ຮ່ວມວຽກກັບສາກົນໃຫ້ໄດ້ດີຂຶ້ນກວ່າເກົ່າ ສ່ວນສູນກາງຊາວໜຸ່ມເວລາໃດ ກໍພ້ອມແລ້ວທີ່ຈະປະກອບສ່ວນໃນການຈັດຕັ້ງປະ ຕິບັດ ແຜນພັດທະນາເສດຖະກິດ-ສັງຄົມໂດຍສະເພາະແມ່ນຈຸດຂອງການພັດທະນາຊັບ ພະຍາກອນມະນຸດໃນຕໍ່ໜ້າ ແລະ ເຊື່ອໝັ້ນວ່າ ກຳລັງແຮງຂອງຊາວໜຸ່ມລາວຈະເລັດສຳເລັດໃນທຸກພາລະກິດທີ່ລັດຖະບານໄດ້ກຳນົດໄວ້ ດັ່ງຄຳຂວັນຂອງຊາວໜຸ່ມທີ່ວ່າ “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອຊາດຮຽກຮ້ອງຕ້ອງການ ຊາວໜຸ່ມຂານອາສາ”.