ໃນວັນທີ 19 ມັງກອນ 2026, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ, ກຳມະການຄະນະ ປະຈຳສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດໄດ້ຖະແຫຼ່ງຂ່າວຜົນສໍາເລັດການດໍາເນີນກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ວ່າ:
ກອງປະຊຸມວິສາມັນ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນຂຶ້ນໃນຕອນເຊົ້າ ຂອງວັນທີ 17 ມັງກອນ 2026 ຊຶ່ງໄດ້ຄົ້ນຄວ້າພິຈາລະນາ ໜັງສືສະເໜີຂອງປະທານປະເທດ ສະບັບເລກທີ 002/ປປທ ລົງວັນທີ 16 ມັງກອນ 2026 ກ່ຽວກັບການ ພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່; ຄົ້ນຄວ້າພິຈາລະນາ ຄໍາສະເໜີຂອງນາຍົກລັດຖະມົນຕີ ສະບັບເລກທີ 168/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບ ການພິຈາລະນາຮັບຮອງເອົາການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ແລະ ຄໍາສະເໜີ ສະບັບເລກທີ 169/ນຍ ລົງວັນທີ 16 ມັງກອນ 2026 ກ່ຽວກັບການຮັບຮອງເອົາຄໍາສະເໜີພັກການ- ຮັບອຸດໜູນບຳນານ ຂອງສະມາຊິກລັດຖະບານ.
ຜ່ານການຄົ້ນຄວ້າພິຈາລະນາ ຂອງກອງປະຊຸມ ເຫັນດີເປັນເອກະພາບຕົກລົງຮັບຮອງເອົາຄືດັ່ງນີ້:
1. ຮັບຮອງເອົາ ການສະເໜີຂອງປະທານປະເທດ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຮັບຮອງເອົາການຍົກຍ້າຍ ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຄໍາມ່ວນ;
(2) ຮັບຮອງເອົາການແຕ່ງຕັ້ງ ທ່ານ ພົນຈັດຕະວາ ນາງ ລິວົງ ລາວລີ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເປັນຫົວໜ້າອົງການໄອຍະການປະຊາຊົນສູງສຸດ.
2.ຮັບຮອງເອົາການສະເໜີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກງານການນໍາຂັ້ນສູງ ໄປຮັບໜ້າທີ່ໃໝ່ ມີດັ່ງນີ້:
(1) ຍົກຍ້າຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີກະຊວງປ້ອງ ກັນຄວາມສະຫງົບ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງວ່າການສູນກາງພັກ.
(2) ຍົກຍ້າຍ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະ ທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໄປຮັບ ໜ້າທີ່ໃໝ່.
(3) ຍົກຍ້າຍ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຮັບໜ້າທີ່ໃໝ່ຢູ່ ສູນກາງແນວລາວສ້າງຊາດ;
(4) ແຕ່ງຕັ້ງ ທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ແຂວງຄຳມ່ວນ ໄປຮັບໜ້າທີ່ໃໝ່ ເປັນປະທານອົງ ການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ.
5. ແຕ່ງຕັ້ງ ທ່ານ ພົນໂທ ວັນທອງ ກອງມະນີ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ອັດຕະປື ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ.
3. ຮັບຮອງເອົາການສະເໜີຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່ຽວກັບ ການພັກການຮັບອຸດໜູນບຳນານຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ.
Scroll to Top