
ລາວ-ຫວຽດນາມ ລົງນາມເອກະສານຮ່ວມມືສອງຝ່າຍ 2 ສະບັບ
ພິທີຕ້ອນຮັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ ປະທານປະເທດ ສປປ ລາວ ພ້ອມພັນລະຍາ ແລະ ຄະນະ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026 ທີ່ ທໍານຽບປະທານປະເທດ ສສ ຫວຽດນາມ,
ໂອກາດນີ້ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລື ແລະ ກໍານົດທິດທາງຮ່ວມມືໃນຕໍ່ໜ້າ.
ພາຍຫຼັງສໍາເລັດການພົບປະ, ສອງເລຂາທິການໃຫຍ່ ລາວ-ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 2 ສະບັບ ຄື:
1) ຂໍ້ຕົກລົງການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ ກັບ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະປີ 2026-2030
2) ບົດບັນທຶກການຮ່ວມມື ລະຫວ່າງ ອົງຄະນະພັກ, ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ອົງຄະນະພັກ, ອົງການປົກຄອງນະຄອນຫຼວງຮ່າໂນ້ຍ ໄລຍະ ປີ 2026-2030