ແຕ່ງຕັ້ງ ທ່ານ ວຽງສາລີ ອິນທະພົມ ເປັນຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຄົນໃໝ່
ວັນທີ 29 ມັງກອນ 2025 ຢູ່ທີ່ຫ້ອງວ່າການນະຄອນຫລວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນ ນວ ຜູ້ເກົ່າ ແລະ ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນວ ຜູ້ໃໝ່ ໂດຍການເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າຄອງນະຄອນຫລວງວຽງຈັນ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ.
ໃນພິທີ ຄະນະຈັດຕັ້ງ ນະຄອນຫລວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຈຳນວນ 3 ສະບັບຄື:
1. ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ສະບັບເລກທີ 118/ຈນວ ລົງວັນທີ27/1/2026 ຕົກລົງຍົກຍ້າຍ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ເປັນເລຂາຄະນະບໍລິຫານງານພັກເມືອງໄຊເສດຖາ.
2. ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ສະບັບເລກທີ 119/ຈນວ ລົງວັນທີ 27/1/2016 ຕົກລົງແຕ່ງຕັ້ງ ທ່ານ ວຽງສາລີ ອິນທະພົມ ກຳມະການພັກ ນະຄອນຫລວງວຽງຈັນ ຮອງຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ ເປັນຫົວໜ້າພະແນກການເງິນ ນະຄອນຫລວງວຽງຈັນ
3. ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະພັກຮາກຖານພະແນກການເງິນ ນະຄອນຫລວງວຽງຈັນ ສະບັບເລກທີ 48/ຄປພ ນະຄອນຫລວງວຽງຈັນ ລົງວັນທີ 16/1/2026 ແຕ່ງຕັ້ງ ສະຫາຍ ວຽງສາລີ ອິນທະພົມ ກຳມະການພັກ ນະຄອນຫລວງວຽງຈັນ ເປັນເລຂາຄະນະພັກຮາກຖານພະແນກການເງິນ ນະຄອນຫລວງວຽງຈັນ.
Scroll to Top