
ໃນໂອກາດເຂົ້າຮ່ວມກອງປະຊຸມ ສະຫລຸບວຽກງານການເງິນທົ່ວປະເທດ ປະຈໍາປີ 2025 ແລະ ທິດທາງ ປີ 2026 ໃນວັນທີ 30 ມັງກອນ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ກະຊວງການເງິນ ສືບຕໍ່ເພີ່ມທະວີການຫັນເປັນທັນສະໄໝ ວຽກງານຂະແໜງການເງິນ ຢ່າງເປັນລະບົບຄົບຊຸດ ເພື່ອຄຸ້ມຄອງການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ທັງສູນກາງ ແລະ ທ້ອງຖິ່ນໃຫ້ລວມສູນ, ຖືກ ຕ້ອງ ແລະ ຄົບຖ້ວນ, ພ້ອມທັງສຸມໃສ່ການເຊື່ອມຕໍ່ລະບົບການຄຸ້ມຄອງການເກັບລາຍຮັບ ກັບຂະແໜງການທີ່ກ່ຽວຂ້ອງໃຫ້ສໍາເລັດ ແລະ ທົ່ວເຖິງໂດຍໄວ ໂດຍສະເພາະ ສຸມໃສ່ຂະຫຍາຍລະບົບຄຸ້ມຄອງໃບເກັບເງິນເອເລັກໂຕຣນິກ ໃຫ້ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ແລະ ລະບົບຄຸ້ມຄອງແບບຟອມເອເລັກໂຕຣນິກ ແລະ ເບີກຈ່າຍງົບປະມານ ຂອງຂະແໜງການພາກລັດ (D-Filing) ເພື່ອເກັບຄ່າທໍານຽມ, ຄ່າບໍລິການ ແລະ ກອງທຶນຕ່າງໆ ແລະ ຢູ່ບັນດາດ່ານສາກົນໃນຂອບເຂດທົ່ວປະເທດ ໃຫ້ເກັບລວມສູນຢູ່ຈຸດດຽວຜ່ານລະບົບ FinPass ຂອງກະ ຊວງການເງິນ.
ຕ້ອງເອົາໃຈໃສ່ສືບຕໍ່ປັບປຸງຂອດຂັ້ນ, ຂັ້ນຕອນໃນການອະນຸມັດ ແລະ ເບີກຈ່າຍງົບປະມານຜ່ານລະບົບທັນສະໄໝ, ຮັບປະກັນຄວາມໂປ່ງໃສ ແລະ ມີປະສິດທິຜົນ; ການສ້າງແຜນ ແລະ ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດຕ້ອງໃຫ້ໄປຕາມຈຸດສຸມ ແລະ ເປົ້າໝາຍຂອງການພັດທະນາແຕ່ລະດ້ານໂດຍສະເພາະ ເນັ້ນໜັກໃສ່ການພັດທະນາເຂດແຄວ້ນ, ການແກ້ໄຂຄວາມທຸກຍາກໃນຂັ້ນທ້ອງຖິ່ນ.
ຊຸກຍູ້ການຜະລິດຂອງປະຊາຊົນ ໂດຍການຈັດສັນແຫລ່ງທຶນເຂົ້າໃນໂຄງການເສັ້ນທາງເຊື່ອມໂຍງ-ເຊື່ອມຈອດ, ເສັ້ນທາງເຂົ້າສູ່ແຫລ່ງການຜະລິດ, ເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ແລະ ເສັ້ນທາງເສດຖະກິດອື່ນໆ; ສືບຕໍ່ແກ້ໄຂບັນຫາໜີ້ສິນສາທາລະນະ ໂດຍເປັນເຈົ້າການເຂົ້າຮ່ວມປະເມີນແຕ່ຫົວທີ, ປັບປຸງກົນໄກຕິດຕາມ.
ກວດກາໂຄງການກູ້ຢືມ ແລະ ກ້າວໄປສູ່ການຢຸດຕິການກູ້ຢືມທີ່ບໍ່ມີປະສິດທິຜົນ ແລະ ມີດອກເບ້ຍສູງທີ່ມີໄລຍະເວລາສັ້ນ ແລະ ສືບຕໍ່ເຈລະຈາເພື່ອຕໍ່ລອງເລື່ອນໄລຍະເວລາ ເພື່ອປັບໂຄງສ້າງໜີ້ສິນສາທາລະນະຄືນໃໝ່;
ເລັ່ງປັບປຸງວິສາຫະກິດຂອງລັດໃຫ້ມີຄວາມເຂັ້ມແຂງ ແລະ ປະກອບສ່ວນໃຫ້ງົບປະມານຂອງລັດໃຫ້ໄດ້ຫລາຍຂຶ້ນ (ຄາດໝາຍ 1% ຂອງ GDP), ຂະແໜງການເງິນຕ້ອງໄດ້ຊ່ວຍລັດຖະບານ ເລັ່ງປັບປຸງວິສາຫະກິດຂອງລັດໃຫ້ມີຜົນກໍາໄລ, ໃຫ້ເຂັ້ມແຂງ, ໃນຕໍ່ໜ້າໃຫ້ສາມາດຊຸກຍູ້ໃຫ້ເຂົ້າຕະຫລາດຫລັກຊັບລາວ.