
ວັນທີ 20 ກຸມພາ 2026 ທີ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ I ປະຈຳປີ 2026 ໂດຍການເປັນປະທານຂອງທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການ, ປະທານຄະນະກຳມະການນະໂຍບາຍເງິນຕາ ທຫລແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດມະຕິ ຂອງຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ IV ປະຈຳປີ 2025, ຜົນການຈັດຕັ້ງປະຕິບັດບັນດາເຄື່ອງມືນະໂຍບາຍເງິນຕາ ແລະ ທິດທາງການດໍາເນີນນະໂຍບາຍເງິນຕາໃນຕໍ່ໜ້າ ຂອງ ທຫລ.
ພ້ອມນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານການຄຸ້ມຄອງເງິນຕາຕ່າງປະເທດ, ການຄຸ້ມຄອງໜີ້ສິນຕໍ່ຕ່າງປະເທດ, ການຄຸ້ມຄອງລາຄາສິນຄ້າ; ນະໂຍບາຍການຄ້າສາກົນ ແລະ ນະໂຍບາຍສົ່ງເສີມການສົ່ງອອກ.
ຜ່ານການສັງເກດຕີລາຄາ ຂອງຄະນະກຳມະການນະໂຍບາຍເງິນຕາ ເຫັນວ່າ: ໃນທ່າມກາງສິ່ງທ້າທາຍຈາກປັດໄຈພາຍນອກ ທີ່ຍັງບໍ່ທັນມີຄວາມແນ່ນອນ ແລະ ຜັນແປໄປຢ່າງສັບສົນ ເປັນຕົ້ນ ດ້ານພູມສາດການເມືອງ, ດ້ານເສດຖະກິດການເມືອງ ຂອງປະເທດມະຫາອຳນາດ ຊຶ່ງຄາດຄະເນໄດ້ຍາກ ແລະ ມີຜົນຕໍ່ການເໜັງຕີງຂອງລາຄານໍ້າມັນເຊື້ອໄຟ, ພະລັງງານ, ລາຄາຄໍາ ແລະ ລາຄາສະບຽງອາຫານ.
ຜົນກະທົບເຫຼົ່ານັ້ນ, ຈະເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດໂລກ ຄາດວ່າຈະຊ້າລົງ, ການປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງໃນປີ 2026 ເນື່ອງຈາກອັດຕາເງິນເຟີ້ ຄາດວ່າຈະຫຍັບເຂົ້າສູ່ເປົ້າໝາຍທີ່ຕັ້ງໄວ້ ຂອງບັນດາປະເທດເສດຖະກິດໃຫຍ່, ບວກກັບປັດໄຈພາຍໃນ ໂດຍສະເພາະພື້ນຖານເສດຖະກິດພາຍໃນບໍ່ທັນເຂັ້ມແຂງ, ຄວາມຕ້ອງການເງິນຕາຕ່າງປະເທດເພື່ອຊໍາລະໜີ້ສິນຕໍ່ຕ່າງປະເທດຍັງສູງ, ຄວາມຜັນຜວນຂອງອັດຕາແລກປ່ຽນ, ການສະໜອງສິນເຊື່ອຂອງລະບົບທະນາຄານ ເຂົ້າໃນເສດຖະກິດແຫ່ງຊາດ ຍັງບໍ່ສອດຄ່ອງກັບເປົ້າໝາຍດ້ານໂຄງປະກອບເສດຖະກິດ.
ເຖິງແມ່ນວ່າ ສະພາບເສດຖະກິດຈະໄດ້ຮັບຜົນກະທົບຈາກປັດໄຈພາຍນອກ ແລະ ພາຍໃນ, ແຕ່ດ້ວຍການກຳນົດທິດທາງ ແລະ ການດຳເນີນນະໂຍບາຍຂອງຫຼາຍພາກສ່ວນ ໄດ້ສະໜັບສະໜູນຊຶ່ງກັນ ແລະ ກັນ ຈຶ່ງເຫັນໄດ້ວ່າທ່າອ່ຽງອັດຕາເງິນເຟີ້ ຍັງຄາດວ່າຈະຢູ່ໃນລະດັບຕໍ່າ ປະມານ 5%.
ສະນັ້ນ, ເພື່ອຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ໝັ້ນທ່ຽງ, ຄະນະກຳມະການນະໂຍບາຍເງິນຕາ ຈຶ່ງເຫັນດີຮັບຮອງເອົາທິດທາງ ແລະ ມາດຕະການ ໃນການດໍາເນີນນະໂຍບາຍເງິນຕາໃນຕໍ່ໜ້າ ດັ່ງນີ້:
1. ເຫັນດີປັບຫຼຸດອັດຕາດອກເບ້ຍພື້ນຖານຂອງ ທຫລ ສະກຸນເງິນກີບ ໄລຍະ 7 ວັນ ລົງ 0.5% ຈາກ 8.5% ຕໍ່ປີ ມາເປັນ 8% ຕໍ່ປີ.
2. ເຫັນດີຕໍ່ທິດທາງການຄຸ້ມຄອງມະຫາພາກດ້ານເງິນຕາ ປະຈຳປີ 2026 ໂດຍສະເພາະການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ ແລະ ນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໂດຍສະເພາະ ການທົບທວນ ແລະ ປັບປຸງກົນໄກເຄື່ອງມືນະໂຍບາຍເງິນຕາ ເປັນຕົ້ນ: ອັດຕາດອກເບ້ຍ, ອັດຕາສ່ວນເງິນແຮຝາກບັງຄັບ, ການອອກ ແລະ ຈຳໜ່າຍພັນທະບັດໄລຍະສັ້ນ ຂອງ ທຫລ, ການຕິດຕາມການເໜັງຕີງຂອງອັດຕາແລກປ່ຽນ ໃນແຕ່ລະໄລຍະ ເພື່ອບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້.