ກະຊວງອຸດສາຫະກໍາ ແລະ ການຄ້າ ປຶກສາຫາລືກັບບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ກ່ຽວກັບຄວາມບໍ່ສະຫງົບຢູ່ຕາເວັນອອກກາງ
ວັນທີ 2 ມີນາ 2026 ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍກົມກ່ຽວຂ້ອງ, ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ ບັນດາບໍລິສັດນຳເຂົ້າ ນໍ້າມັນເຊື້ອໄຟ ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບຜົນກະທົບຂອງສົງຄາມຢູ່ຕະເວັນອອກກາງ ແລະ ມາດຕະການ, ກົນໄກການກະກຽມຄວາມພ້ອມຮັບມືກັບສະຖານະການດັ່ງກ່າວ, ໂດຍການປະທານຂອງທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ. ມີ ລັດວິສາຫະກິດ ນໍ້າມັນເຊື້ອໄຟລາວ, ບໍລິສັດ ເປໂຕຣຫວຽດນາມ ອອຍ ລາວ ຈຳກັດ, ບໍລິສັດ ສົມວັນຈະເລີນ ເປໂຕຣລຽມ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານຳມັນເຊື້ອໄຟ ມະຫາຊົນ, ບໍລິສັດ ໂລ ປີໂຕຣລຽມ ຈຳກັດຜູ້ດຽວ, ບໍລິສັດ ປີໂຕເທຣດ ນຳເຂົ້າ ແລະ ສົ່ງອອກ ຈຳກັດ, ບໍລິສັດນໍາເຂົ້າ-ສົ່ງອອກ ນໍ້າມັນເຊື້ອໄຟເອເຊຍ ຈຳກັດ, ບໍລິສັດ ນໍ້າມັນເຊື້ອໄຟ ດາລາຈະເລີນ ນໍາເຂົ້າສົ່ງອອກ ຈຳກັດຜູ້ດຽວ, ບໍລິສັດ ເປໂທຣລີແມ໋ກ ລາວ ຈຳກັດ, ບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ ເຂົ້າຮ່ວມ.
ກອງປະຊຸມ ໄດ້ປະເມີນສະຖານະການທີ່ອາດຈະສົ່ງຜົນກະທົບຕໍ່ລາຄານໍ້າມັນ ແລະ ການສະໜອງນໍ້າມັນໃຫ້ແກ່ສັງຄົມ ໃນໄລຍະທີ່ເກີດເຫດການຄວາມບໍ່ສະຫງົບດັ່ງກ່າວ ລວມທັງມາດຕະການທີ່ຈຳເປັນໃນໄລຍະສັ້ນ ແລະ ໄລຍະກາງ. ພ້ອມທັງ ປຶກສາຫາລື ແລະ ກຳນົດມາດຕະການ ຫລື ວິທີການ ກ່ຽວກັບທາງເລືອກ ຫລື ແຫລ່ງນໍາເຂົ້າອື່ນ ເພື່ອຮັບປະກັນການສະໜອງຄວາມໝັ້ນຄົງນໍ້າມັນເຊື້ອໄຟໃຫ້ແກ່ ສປປ ລາວ ທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.
ຈາກຂໍ້ມູນການນໍາເຂົ້ານໍ້າມັນເຊື້ອໄຟ ໃນວັນທີ 2 ມີນາ 2026 ເຫັນວ່າ:
– ຍັງມີຈໍານວນປົກກະຕິທັງດ້ານປະລິມານ ແລະ ລາຄາ ຫລາຍກວ່າ 10 ລ້ານລິດ
– ຈາກການປະສານງານກັບ ຝ່າຍໄທ ປະກົດວ່າ ບໍ່ມີການຫ້າມສົ່ງອອກນໍ້າມັນເຊື້ອໄຟ ມາຍັງ ສປປ ລາວ ເນື່ອງຈາກ ການຮ່ວມມື ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ທີ່ເລິກເຊິ່ງໜັກແໜ້ນຂອງທັງສອງປະເທດ ລາວ-ໄທ ທາງດ້ານພະລັງງານ ຊຶ່ງບໍ່ພຽງແຕ່ນໍ້າມັນເຊື້ອໄຟ, ໄຟຟ້າ ແລະ ບໍ່ແຮ່ເທົ່ານັ້ນ, ລາວ-ໄທ ຍັງມີການຮ່ວມມື ແລະ ຊ່ວຍເຫຼືອກັນທາງດ້ານການຄ້າ ແລະ ການລົງທຶນ ຊຶ່ງຕິດພັນກັບຄວາມຕ້ອງການພະລັງງານ ໂດຍສະເພາະ ນໍ້າມັນເຊື້ອໄຟອີກດ້ວຍ.
– ຈຳນວນນໍ້າມັນເຊື້ອໄຟທີ່ ແຮຮອງໄວ້ຂອງແຕ່ລະບໍລິສັດ ແມ່ນ ສາມາດຕອບສະໜອງກັບຄວາມຕ້ອງການຂອງສັງຄົມໃນໄລຍະໜຶ່ງ ຊຶ່ງບໍ່ກໍ່ໃຫ້ເກີດການຂາດແຄນກະທັນຫັນ.
ກອງປະຊຸມ ຍັງໄດ້ເນັ້ນໜັກ:
– ແຈ້ງໃຫ້ ບໍລິສັດນໍາເຂົ້າ ແລະ ບໍລິສັດຈຳໜ່າຍ ທີ່ມີປໍ້າຕົວແບບ ແລະ ປໍ້າຕົວແທນທີ່ໃຊ້ໂລໂກ້ຂອງຕົນ ຕ້ອງໄດ້ໃຫ້ບູລິມະສິດໃນການສະໜອງນໍ້າມັນໃຫ້ປໍ້າກ່ອນຢ່າງພຽງພໍ ແລະ ທົ່ວເຖິງ ກ່ອນການສະໜອງໃຫ້ແກ່ ໂຄງການ
– ແຈ້ງໃຫ້ເຈົ້າໜ້າທີກວດກາການຄ້າ ໃນແຕ່ລະເມືອງ ໃຫ້ລົງຕິດຕາມກວດກາປໍ້າທີ່ປິດ ຫລື ແຈ້ງວ່າໝົດນໍ້າມັນ ເພື່ອກວດກາຕົວຈິງ ເພື່ອຫລີກເວັ້ນ ການກັກຕຸນນໍ້າມັນເຊື້ອໄຟ ເພື່ອເກັງກຳໄລລາຄາ.
– ຖ້າຫາກ ປໍ້າໃດປະຕິບັດ ບໍ່ຖືກຕ້ອງ ໃຫ້ດຳເນີນການປັບໃໝຕາມລະບຽບກົດໝາຍ ໂດຍສະເພາະ ແມ່ນດຳລັດວ່າດ້ວຍ ທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9/9/2025 ແລະ ເປັນເຫດຜົນໃຫ້ເກີດການໂຈະ ຫລື ຢຸດຕິການດຳເນີນທຸລະກິດ.
Scroll to Top