
ສະຖາບັນການເງິນ ຊັບທະວີ ມອບເງິນ ຊ່ວຍເຫຼືອ ແກ່ພະນັກງານ ຊັບທະວີ 4 ຄອບຄົວທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ (ພາຍຸໝາກເຫັບ);
ຈາກເຫດການໄພທຳມະຊາດ ພາຍຸຝົນຟ້າຄະນອງ ແລະ ໝາກເຫັບຕົກໜັກ ທີ່ເກີດຂຶ້ນ ໃນເຂດເມືອງ ສີໂຄດຕະບອງ, ເມືອງ ນາຊາຍທອງ ໃນວັນທີ 22 ມີນາ 2026 ທີ່ຜ່ານມາ, ເຊິ່ງໄດ້ສ້າງຄວາມເສຍຫາຍ ຢ່າງຫຼວງຫຼາຍຕໍ່ເຮືອນຊານ ແລະ ຊັບສິນຂອງປະຊາຊົນ ລວມເຖິງ ຄອບຄົວພະນັກງານ ຊັບທະວີ ທີ່ອາໄສຢູ່ໃນຂົງເຂດດັ່ງກ່າວ.
ດ້ວຍຄວາມຫ່ວງໃຍຢ່າງສູງ ຈາກຄະນະຜູ້ບໍລິຫານ ຊັບທະວີ, ໄດ້ໃຫ້ສຳຄັນເອົາໃຈໃສ່ຕໍ່່ສະພາບຈິດໃຈຜົນກະທົບທີ່ເກີດຂຶນນັ້ນ, ສະນັ້ນ ຈຶ່ງໄດ້ຮີບຮ້ອນໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ລົງຢ້ຽມຢາມ-ຖາມຂ່າວ, ສອບຖາມທຸກສຸກ, ໃຫ້ກໍາລັງໃຈ ແລະ ມອບວັດຖຸປັດໃຈຈາກສະຖາບັນ ແກ່ພະນັກງານ 4 ຄອບຄົວ ທີ່ໄດ້ຮັບຜົນກະທົບ ໝາກເຫັບຕົກໜັກ ທີ່ເກີດຂຶ້ນ ໃນເຂດເມືອງ ສີໂຄດຕະບອງ, ເມືອງ ນາຊາຍທອງ ໃນວັນທີ 22 ມີນາ 2026;
ໃນນັ້ນ, ສະຖາບັນການເງິນຊັບທະວີ ໄດ້ກ່າວຄຳອວຍພອນ ແລະ ໃຫ້ກໍາລັງໃຈຈາກອົງກອນ, ພະນັກງານທັງໝົດ ມາຍັງ 4 ຄອບຄົວ ທີ່ປະສົບໄພທຳມະຊາດໃນຄັ້ງນີ້ ຂໍໃຫ້ທຸກຄົນຜ່ານຜ່າໄພທຳມະຊາດໃນຄັ້ງນີ້, ອົງກອນ ຊັບທະວີພ້ອມຊຸກຍູ້ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸປັດໃຈ ເພື່ອໃຫ້ທຸກຄົນກ້າວຂ້າມອຸປະສັກ ແລະ ຜ່ານພົ້ນສະຖານະການດັ່ງກ່າວໄປດ້ວຍກັນ🧡