ວັນທີ 9 ເມສາ 2026, ທີ່ສໍານັກງານ ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ເກີ້ມ ຕູ໊, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ສະຫາຍ ເຈີນ ເກີ້ມ ຕູ໊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນລາວ ຍາດມາໄດ້ ຕະຫຼອດໄລຍະ 40 ປີ ແຫ່ງດໍາເນີນການປ່ຽນແປງໃໝ່, ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແລະ ກອງປະຊຸມສະພາແຫ່ງຊາດລາວ ຄັ້ງປະຖົມມະລຶກ, ເຊິ່ງຮັບຮອງເອົາ ສະຫາຍ ທອງລຸນ ສີສຸລິດ ເປັນປະທານປະເທດ, ຮັບຮອງເອົາປະທານສະພາແຫ່ງຊາດ, ນາຍົກລັດຖະ ມົນຕີ ແລະ ຄະນະລັດຖະບານຊຸດໃໝ່.
ພ້ອມທັງແຈ້ງໃຫ້ຊາບ ສະພາບພົ້ນເດັ່ນ ແລະ ບັນດາຜົນສໍາເລັດທີ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ການເລືອກຕັ້ງຜູ້ແທນສະພາແຫ່ງຊາດ ຊຸດທີ XVI ແລະ ສະພາປະຊາຊົນຂັ້ນຕ່າງໆ.
ສະແດງຄວາມເຫັນດີເປັນເອກະພາບໃນການສືບຕໍ່ ພີ່ມທະວີການຮ່ວມມືຂອງສອງປະເທດ ໂດຍສະເພາະຂົງເຂດການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ, ຍູ້ແຮງຄວາມເປັນຫຸ້ນສ່ວນຍຸດທະສາດ, ການເຊື່ອຈອດດ້ານຍຸດທະສາດການພັດທະນາປະເທດຂອງ ສອງປະເທດໃຫ້ເຂົ້າສູ່ລວງເລິກ, ຮ່ວມກັນກະກຽມ ຈັດຕັ້ງບັນດາກິດຈະກໍາ ສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດໃນປີ 2027 ໃຫ້ເປັນຂະບວນຟົດຟື້ນ.
