
ເສດຖະກິດລາວງວດ I ປີ 2026 ຂະຫຍາຍຕົວ 5,5%
ກອງປະຊຸມສະຫລຸບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະ ມານແຫ່ງລັດ ປະຈໍາງວດ I ແລະ ທິດທາງປະຈຳງວດ II ປີ 2026 ຈັດຂຶ້ນໃນວັນທີ 21 ເມສາ 2026 ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີ, ຄະນະກົມອ້ອມຂ້າງກະຊວງ, ຄັງເງິນແຫ່ງຊາດປະຈຳແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ ແບບເຊິ່ງໜ້າ ແລະ ອອນລາຍ ທົ່ວປະເທດ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ ປະຈໍາງວດ I ແລະ ທິດທາງແຜນ ການປະຈໍາງວດ II ປີ 2026
ໃນທ່າມກາງສະພາບການດັ່ງກ່າວ, ຂະແໜງການເງິນ ສາມາດຈັດຕັ້ງປະຕິບັດບາງຄາດໝາຍເສດຖະກິດມະຫາພາກ ໄດ້ບັນລຸຄາດໝາຍໄດ້ໃນເບື້ອງຕົ້ນ ໂດຍສະເພາະ ອັດຕາການຂະຫຍາຍຕົວເສດຖະກິດ (GDP) ຂະຫຍາຍຕົວ 5,5% ໃນໄຕມາດ I ປີ 2026, ອັດຕາເງິນເຟີ້ ໃນໄຕມາດ I ປີ 2026 ສະເລ່ຍຢູ່ທີ່ລະດັບ 7% ຊຶ່ງຢູ່ໃນລະດັບໜຶ່ງຕົວເລກ ຕາມແຜນມະຕິສະພາແຫ່ງຊາດຮັບຮອງ (ທຽບໃສ່ອັດຕາເງິນເຟີ້ໄຕມາດ I ປີ 2025 ແມ່ນ 13,1%)
ດ້ານລາຍຮັບງວດ I ປີ 2026 ສາມາດຈັດເກັບລາຍຮັບໄດ້ລື່ນແຜນ(ຈັດເກັບໄດ້ 112% ຂອງແຜນງວດ I, ເທົ່າກັບ 52% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 28% ຂອງແຜນການປີ ຫລື ເທົ່າກັບ 5,68% ຂອງ GDP (ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 15%), ດ້ານລາຍຈ່າຍງົບປະມານປະຕິບັດໄດ້ 41% ເທົ່າກັບ 21% ຂອງແຜນ 6 ເດືອນຕົ້ນປີ ແລະ ເທົ່າກັບ 11% ຂອງແຜນການປີ.
ນອກຈາກນີ້, ບາງຄາດໝາຍເສດຖະກິດມະຫາພາກ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດໃນ 3 ເດືອນຕົ້ນປີ 2026 ຍັງສາມາດຂະຫຍາຍຕົວຢູ່ໃນລະດັບຄາດໝາຍທີ່ວາງໄວ້, ແຕ່ສະພາບເສດຖະກິດລາວ ຍັງເປັນເສດຖະກິດທີ່ອ່ອນໄຫວ ແລະ ໄດ້ຮັບຜົນກະທົບຢ່າງແຮງຕໍ່ກັບວິກິດສົງຄາມຢູ່ຕາເວັນອອກກາງທີ່ຍັງສືບຕໍ່ແກ່ຍາວ ຊຶ່ງຈະເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຕໍ່ໜ້າ ຈະພົບພໍ້ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍຢ່າງ ເປັນຕົ້ນ ອັດຕາເງິນເຟີ້ ຈະເພີ່ມສູງຂຶ້ນໃນໄຕມາດ II ປີ 2026 ເນື່ອງຈາກວ່າລາຄານໍ້າ ມັນເຊື້ອໄຟເພີ່ມຂຶ້ນເປັນເທົ່າຕົວ ໃນທ້າຍເດືອນມີນາເປັນຕົ້ນມາ ຊຶ່ງເປັນປັດໄຈຫລັກ ທີ່ຈະເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ເຮັດໃຫ້ລາຄາສິນຄ້າ ແລະ ບໍລິການປະເພດອື່ນໆ ເພີ່ມຂຶ້ນ.