
ລາຄາຄຳໂລກພຸ່ງຂຶ້ນເປັນ4,534 ໂດລາຕໍ່ອອນໃນເຊົ້າມື້ນີ້ ອີງຕາມການລາຍງານຈາກສື່ຂ່າວເສດຖະກິດ ລາວ (Lao Economic Daily) ໃນເຊົ້າວັນທີ 22 ພຶດສະພາ 2026 ນີ້, ລາຄາຄຳໃນຕະຫຼາດໂລກໄດ້ມີການປັບຕົວຂື້ນແລະ ສ້າງສະຖິຕິໃໝ່ ໂດຍທະຍານຂຶ້ນມາຢູ່ທີ່ 4,534 ໂດລາສະຫະລັດ ຕໍ່ ອອນ.
ການເໜັງຕີງຂອງລາຄາຄຳທີ່ເພີ່ມຂຶ້ນຢ່າງກ້າວກະໂດດໃນຄັ້ງນີ້ ແມ່ນສະທ້ອນໃຫ້ເຫັນເຖິງສະພາວະເສດຖະກິດ ແລະ ຄວາມຕ້ອງການຊັບສິນທີ່ມີຄວາມປອດໄພໃນເວທີສາກົນ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.