ເມັກຊິໂກ ຊິຕີ້: ມະຫະກຳກິລາທີ່ຄົນທົ່ວໂລກຄອຍຖ້າ ຖານະການແຂ່ງຂັນເຕະບານໂລກ ຫຼຶ ພິທີເປີດການແຂ່ງຂັນ FIFA World Cup 2026™ ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການແລ້ວ ດ້ວຍຄວາມຍິ່ງໃຫຍ່ອະລັງການ ແລະ ເປັນຄັ້ງທຳອິດໃນປະຫວັດສາດທີ່ມີການຈັດພິທີເປີດແຍກກັນເຖິງ 3 ສະໜາມ ໃນ 3 ປະເທດເຈົ້າພາບຮ່ວມ ຄື: ເມັກຊິໂກ, ການາດາ ແລະ ສະຫະລັດອາເມລິກາ.
ໂດຍເວທີທຳອິດໄດ້ລະເບີດຄວາມມັນຂຶ້ນຢູ່ທີ່ ສະໜາມກິລາ ອາສເຕກາ (Estadio Azteca) ໃນນະຄອນຫຼວງເມັກຊິໂກ ຊິຕີ ເຊິ່ງມີແຟນບານເຂົ້າຊົມຫຼາຍກວ່າ 80,000 ຄົນ. ໄຮໄລ້ສຳຄັນແມ່ນການສະແດງຂອງລາຊິນີບານໂລກຢ່າງ Shakira ທີ່ມາຮ່ວມຮ້ອງເພງປະຈຳການແຂ່ງຂັນ “Dai Dai” ຮ່ວມກັບ Burna Boy ສິລະປິນຊື່ດັງລະດັບໂລກ ພ້ອມດ້ວຍແສງສີສຽງ ແລະ ຂະບວນຟ້ອນທີ່ສະແດງເຖິງວັດທະນະທຳອັນໂດດເດັ່ນຂອງເມັກຊິໂກ.
ນອກຈາກນີ້ ໃນສ່ວນຂອງພິທີເປີດຢູ່ສະໜາມອື່ນໆ ກໍໄດ້ຮັບຄວາມສົນໃຈບໍ່ແພ້ກັນ ໂດຍສະເພາະຢູ່ ສະໜາມກິລາ ໂລສແອງເຈລິສ (SoFi Stadium) ທີ່ປະເທດສະຫະລັດອາເມລິກາ ທີ່ມີສິລະປິນລະດັບໂລກຢ່າງ Katy Perry ແລະ LISA (ລີຊ່າ BLACKPINK) ມາຮ່ວມສ້າງສີສັນ ແລະ ສ້າງຄວາມຮືຮາໃຫ້ກັບແຟນເພງ ແລະ ແຟນບານທົ່ວໂລກຢ່າງຫຼວງຫຼາຍ.
ສຳລັບຜົນການແຂ່ງຂັນນັດເປີດສະໜາມຢ່າງເປັນທາງການໃນກຸ່ມ A ເຈົ້າພາບ ເມັກຊິໂກ ສາມາດເອົາຊະນະ ອາຟຣິກາໃຕ້ ໄປໄດ້ດ້ວຍສະກໍ 2-0 ຕໍ່ໜ້າແຟນບານໃນບ້ານ ເປີດສາມແຕ້ມທຳອິດໄດ້ຢ່າງສວຍງາມ ໃນທັດສະນະການແຂ່ງຂັນບານໂລກຄັ້ງປະຫວັດສາດ ທີ່ມີທີມເຂົ້າຮ່ວມຊີງໄຊຫຼາຍທີ່ສຸດເຖິງ 48 ທີມໃນປີນີ້.

Scroll to Top