ສຳນັກຂ່າວຕ່າງປະເທດ: ເກີດການປ່ຽນແປງຄັ້ງໃຫຍ່ໃນເວທີການເມືອງໂລກ ເມື່ອສະຫະລັດອາເມຣິກາ ແລະ ສາທາລະນະລັດ ອິດສະລາມ ອີຣານ ໄດ້ບັນລຸຂໍ້ຕົກລົງຮ່ວມກັນຢ່າງເປັນທາງການ ພາຍໃຕ້ບົດບັນທຶກຄວາມເຂົ້າໃຈ “Islamabad Memorandum” ເພື່ອຢຸດຕິຄວາມຂັດແຍ້ງທາງທະຫານ ແລະ ສົງຄາມທີ່ຍືດເຍື້ອມາຫຼາຍເດືອນ.
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ມີຈຸດປະສົງຫຼັກໃນການປະກາດຢຸດຍິງ ແລະ ຢຸດຕິການປະຕິບັດການທາງທະຫານໃນທຸກໆດ້ານ ໂດຍມີຜົນບັງຄັບໃຊ້ລວມໄປເຖິງພື້ນທີ່ໃນເລບານອນນຳອີກ. ລ້າສຸດ, ກອງທັບສະຫະລັດ (CENTCOM) ໄດ້ປະກາດຍົກເລີກການປິດລ້ອມທ່າເຮືອຂອງອີຣານແລ້ວ ເຮັດໃຫ້ເຮືອບັນທຸກນ້ຳມັນສາມາດກັບມາສັນຈອນຜ່ານ ຊ່ອງແຄບຮໍມູຊ (Strait of Hormuz) ເຊິ່ງເປັນເສັ້ນທາງຂົນສົ່ງພະລັງງານທີ່ສຳຄັນທີ່ສຸດໃນໂລກ ໄດ້ຢ່າງເສລີອີກຄັ້ງ.
ການລົງນາມໃນຄັ້ງນີ້ ຖືເປັນບາດກ້າວທຳອິດໃນການເປີດປະຕູສູ່ການເຈລະຈາໃນໄລຍະ 60 ວັນຕໍ່ໜ້າ ກ່ຽວກັບບັນຫານິວເຄຼຍ ແລະ ການຜ່ອນຜັນມາດຕະການຂ້ຳບາດທາງເສດຖະກິດຕໍ່ອີຣານ ເຊິ່ງຂ່າວດັ່ງກ່າວໄດ້ສົ່ງຜົນໃຫ້ລາຄານ້ຳມັນດິບໃນຕະຫຼາດໂລກປັບຕົວຫຼຸດລົງທັນທີ ແລະ ເປັນສັນຍານທີ່ດີໃນການສ້າງສະຖຽນລະພາບໃຫ້ແກ່ເສດຖະກິດໂລກ.