ກອງບັນຊາການ ປກສ ນວ ແຈ້ງໃຫ້ເຂົ້າມາພົວພັນເອົາບັດປະຈຳຕົວ ດິຈີຕອນ ສຳລັບຄົນທີ່ເຮັດໃນໄລຍະວັນທີ 01 ມີນາ ຫາ 30 ເມສາ 2026.
ອີງຕາມແຈ້ງການຂອງ ກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 24 ມິຖຸນາ 2026 ກ່ຽວກັບໃຫ້ເຂົ້າມາພົວພັນເອົາບັດປະຈຳຕົວ ດິຈີຕອນ ຢູ່ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ (ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ) ສຳລັບຄົນທີ່ເຮັດໃນໄລຍະວັນທີ 01 ມີນາ ຫາ 30 ເມສາ 2026, ສາມາດມາພົວພັນຮັບເອົາໃນໂມງລັດຖະການ (ໃຫ້ຖືບັດປະຈຳຕົວ ຫຼຶ ປຶ້ມສຳມະໂນຄົວສະບັບແທ້ ມາແຈ້ງຕໍ່ເຈົ້າໜ້າທີ່ຮັບບັດ).