
ສຳນັກຂ່າວຕ່າງປະເທດໄດ້ລາຍງານວ່າ ຄະນະກຳມະການຄຸ້ມຄອງພາວະສຸກເສີນ ເມືອງໜານໜິງ ເຂດປົກຄອງຕົນເອງກວາງຊີຈ້ວງ ທາງພາກໃຕ້ຂອງ ສປ ຈີນ ໄດ້ອອກຖະແຫຼງການໃນວັນທີ 6 ກໍລະກົດ 2026 ໂດຍລະບຸວ່າ: ອ່າງເກັບນ້ຳ 3 ແຫ່ງໃນພື້ນທີ່ ໄດ້ມີການລາຍງານຄວາມສ່ຽງຂັ້ນຮຸນແຮງ ຫຼັງຈາກພາຍຸຝົນຟ້າຄະນອງໄດ້ພັດເຂົ້າສູ່ພາກພື້ນດັ່ງກ່າວຢ່າງຕໍ່ເນື່ອງຕັ້ງແຕ່ວັນທີ 4 ກໍລະກົດ 2026 ສົ່ງຜົນໃຫ້ອ່າງເກັບນ້ຳ ຫຼິ່ວຫຼານ ເກີດແຕກ ເຮັດໃຫ້ນ້ຳໄຫຼເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ.
ອ່າງເກັບນ້ຳຫຼິ່ວຫຼານ ໄດ້ຮັບລາຍງານວ່າ ສັນເຂື່ອນເກີດຮອຍແຕກຢ່າງຮຸນແຮງໃນຊ່ວງເຊົ້າວັນຈັນທີ 06 ກໍລະກົດ 2026 ສົ່ງຜົນໃຫ້ໜ່ວຍງານບໍລິຫານຈັດການພາວະສຸກເສີນ, ໜ່ວຍກູ້ໄພ ແລະ ເຈົ້າໜ້າທີ່ຊັບພະຍາກອນນ້ຳ ຕ້ອງຮີບຮ້ອນເຂົ້າຄວບຄຸມສະຖານະການ ແລະ ອົບພະຍົບປະຊາຊົນທີ່ອາດໄດ້ຮັບຜົນກະທົບ.
ຈາກສະຖານະການນ້ຳຖ້ວມທີ່ເພີ່ມທະວີຄວາມຮຸນແຮງ, ທາງຄະນະກຳມະການຄຸ້ມຄອງພາວະສຸກເສີນ ຈຶ່ງໄດ້ຕັດສິນໃຈຍົກລະດັບການຕອບສະໜອງຕໍ່ພາວະສຸກເສີນເພື່ອຄວບຄຸມອຸທົກກະໄພຂອງເມືອງໜານໜິງ ຈາກລະດັບ 3 ຂຶ້ນສູ່ ລະດັບ 1 ຊຶ່ງເປັນລະດັບສູງສຸດ ໂດຍມີຜົນບັງຄັບໃຊ້ຕັ້ງແຕ່ເວລາ 11:30 ໂມງ ຂອງວັນຈັນ ຕາມເວລາທ້ອງຖິ່ນ.
ບັນດາເຈົ້າໜ້າທີ່ໄດ້ຖືກລະດົມກຳລັງທັງໝົດລົງພື້ນທີ່ ເພື່ອປະຕິບັດການຄວບຄຸມນ້ຳ ແລະ ຊ່ວຍເຫຼືອຜູ້ປະສົບໄພຢ່າງເຕັມກຳລັງ. ໃນຂະນະດຽວກັນ, ເຈົ້າໜ້າທີ່ກໍໄດ້ເລັ່ງອົບພະຍົບປະຊາຊົນໃນພື້ນທີ່ສ່ຽງໄພຂອງເມືອງເຫິງໂຈ່ວ ແລະ ເມືອງປິນຢາງ ອອກໄປຢູ່ໃນພື້ນທີ່ປອດໄພແລ້ວ.