
ບານໂລກ 2026 ຮອບ 8 ທີມສຸດທ້າຍ
ການແຂ່ງຂັນບານໂລກ 2026 ເດີນທາງມາຮອດຮອບ 8 ທີມສຸດທ້າຍແລ້ວ ຫຼັງຈາກຈົບຮອບ 16 ທີມດ້ວຍຫຼາຍນັດທີ່ເຕັ້ນເຕັ້ນ ແລະ ມີຜົນການແຂ່ງຂັນເກີນຄາດ. ທັງ 8 ທີມທີ່ຜ່ານເຂົ້າມາປະກອບມີ ຝຣັ່ງ, ໂມຣັອກໂກ, ສະເປນ, ແບນຊິກ, ນໍເວ, ອັງກິດ, ອາເຈນຕິນາ ແລະ ສະວິດເຊີແລນ.
ຄູ່ຮອບ 8 ທີມສຸດທ້າຍ:
🇲🇦ໂມຣັອກໂຄ ພົບກັບ ຝຣັ່ງ🇫🇷 ວັນທີ 10/07/2026 ເວລາ 3:00 ໂມງ
🇪🇸ສະເປນ ພົບກັບ ເບວຢ້ຽມ🇧🇪 ວັນທີ 11/07/2026 ເວລາ 2:00 ໂມງ
🇳🇴ນໍເວ ພົບກັບ ອັງກິດ🏴 ວັນທີ 12/07/2026 ເວລາ 4:00 ໂມງ
🇦🇷ອາເຈນຕິນ່າ ພົບກັບ ສະວິດເຊີເລນ🇨🇭 ວັນທີ 12/07/2026 ເວລາ 8:00 ໂມງ.
ໃນຮອບນີ້ ຝຣັ່ງ, ສະເປນ ແລະ ອາເຈນຕິນາ ຍັງຖືກຍົກໃຫ້ເປັນຕົວເກັ່ງໃນການລຸ້ນແຊ້ມ ແຕ່ທີມຢ່າງ ໂມຣັອກໂກ, ນໍເວ ແລະ ສະວິດເຊີແລນ ກໍພ້ອມສ້າງປະຫວັດສາດໃໝ່. ແຟນບານທົ່ວໂລກກຳລັງຈັບຕາເບິ່ງວ່າ ທີມໃດຈະຜ່ານເຂົ້າສູ່ຮອບ 4 ທີມສຸດທ້າຍ ແລະ ເຂົ້າໃກ້ຖ້ວຍແຊ້ມໂລກຫຼາຍຂຶ້ນ.