
ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 01 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 06 ກໍລະກົດ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີບົດລາຍງານໂດຍສັງເຂບ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໄລຍະ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2026.
ໃນນັ້ນ, ຂະແໜງການສຶກສາ ແລະ ກິລາ ແມ່ນໜຶ່ງໃນຂົງເຂດຈຸດສຸມ ທີ່ໄດ້ມີການຫັນປ່ຽນ ແລະ ປະຕິຮູບໂຄງສ້າງໃນຫຼາຍດ້ານ ເພື່ອແນໃສ່ຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ທັນສະໄໝ.
ເຊິ່ງຈະປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍລະອຽດດັ່ງນີ້:
– ຊັ້ນປະຖົມສຶກສາ ປໍ 1 ຫາ ປໍ 6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປໍ 5)
– ຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ 1 ຫາ ມໍ 3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມໍ 4)
– ຊັ້ນມັດທະຍົມສຶກສາຕອນປາຍ ມໍ 4 ຫາ ມໍ 6 ຄືເກົ່າ ມີ 3 ປີ).