
ພິທີປະກາດການແຕ່ງຕັ້ງຫົວໜ້າພະແນກ, ຫົວໜ້າ-ຮອງຫົວໜ້າຂະແໜງ ພະແນກຍຸຕິທໍາແຂວງສາລະວັນ ຈັດຂຶ້ນໃນວັນທີ 14 ກໍລະກົດ 2026 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງສາລະວັນ ສະບັບເລກທີ 644/ຄປຂ, ສາລະວັນ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍ ການແຕ່ງຕັ້ງ ທ່ານ ສຸດດາໄລ ອິນດາວົງ ເປັນຫົວໜ້າພະແນກຍຸຕິທໍາແຂວງສາລະວັນ.
ພ້ອມນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງສາລະວັນ ວ່າດ້ວຍ ການແຕ່ງຕັ້ງ ທ່ານ ສີໄຟ ເພິ່ງເພັງສະຫວັນ ເປັນຫົວໜ້າຂະແໜງປະຕິບັດຄໍາຕັດສິນຂອງສານ; ທ່ານ ຕິ່ງຄໍາ ພົມບັນດິດ ເປັນຮອງຫົວໜ້າຂະແໜງປະຕິບັດຄໍາຕັດສິນຂອງສານ; ທ່ານ ສຸນາ ໄຊສົມພູ ເປັນຮອງຫົວໜ້າຂະແໜງບໍລິຫານ ພະແນກຍຸຕິທໍາແຂວງສາລະວັນ.