
ວັນທີ 21 ກໍລະກົດ 2026 ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກຄຳເຕືອນສະພາບອາກາດ ໂດຍຄາດວ່າຫຼາຍເຂດໃນປະເທດຈະມີຝົນຕົກປານກາງຫາໜັກ ພ້ອມກັບມີລົມແຮງໃນບາງພື້ນທີ່.
ຈາກຂໍ້ມູນພະຍາກອນອາກາດ ພົບວ່າແຂວງວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ແລະ ຈຳປາສັກ ແມ່ນເຂດທີ່ຕ້ອງເຝົ້າລະວັງເປັນພິເສດ ເນື່ອງຈາກມີໂອກາດເກີດຝົນຕົກໜັກສູງເຖິງ 50-60 ເປີເຊັນ ອາດສົ່ງຜົນໃຫ້ເກີດນ້ຳຖ້ວມຂັງ, ນ້ຳປ່າໄຫຼຫຼາກ ແລະ ດິນເຈື່ອນໃນບາງຈຸດ.
ພາກສ່ວນທີ່ກ່ຽວຂ້ອງ ໄດ້ແນະນຳໃຫ້ປະຊາຊົນຕິດຕາມຂ່າວສານພະຍາກອນອາກາດຢ່າງໃກ້ຊິດ ແລະ ກຽມພ້ອມຮັບມືກັບສະພາບອາກາດທີ່ອາດປ່ຽນແປງໄດ້ທຸກເວລາ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດ ແລະ ຊັບສິນ.