ກະຊວງ ປກສ ແຈ້ງຫ້າມບຸກຄົນທົ່ວໄປຄອບຄອງອາວຸດປືນ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ກໍລະນີທີ່ມີໄວ້ໃນຄອບຄອງແມ່ນໃຫ້ມອບ ຕໍ່ເຈົ້າໜ້າທີ່ຕຳຫຼວດ ບໍ່ໃຫ້ກາຍວັນທີ 31 ຕຸລາ 2026.
ກະຊວງປ້ອງກັນຄວາມສະຫງົບ ໄດ້ອອກແຈ້ງການ ສະບັບເລກທີ 311/ປກສ, ລົງວັນທີ 16 ກໍລະກົດ 2026 ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງອາວຸດປືນ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ. ​ໂດຍມີເນື້ອໃນບາງສ່ວນດັ່ງນີ້:
– ຫ້າມເດັດຂາດ: ບໍ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ, ພະນັກງານ, ລັດຖະກອນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ, ປະຊາຊົນ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ດຳລົງຊີວິດຢູ່ ສປປ ລາວ ມີໄວ້ໃນຄອບຄອງອາວຸດປືນ ແລະ ວັດຖຸລະເບີດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເດັດຂາດ.
– ກໍລະນີທີ່ມີໄວ້ໃນຄອບຄອງໂດຍບໍ່ຖືກຕ້ອງ ແມ່ນໃຫ້ມອບ ແລະ ສົ່ງຄືນໃຫ້ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ/ນະຄອນ ທີ່ຕົນອາໄສຢູ່ ນັບແຕ່ມື້ອອກແຈ້ງການສະບັບນີ້ ເປັນຕົ້ນໄປ ຈົນເຖິງ ວັນທີ 31 ຕຸລາ 2026​ ນີ້.
– ຖ້າກາຍກຳນົດເວລາ (ຫຼັງວັນທີ 31 ຕຸລາ 2026) ຫຼື ຫາກສືບຕໍ່ມີການລະເມີດ, ເຈົ້າໜ້າທີ່ຕຳຫຼວດຈະໄດ້ນຳໃຊ້ມາດຕະການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ.​
📍 ຈຸດສົ່ງ-ມອບຄືນອາວຸດປືນ ແລະ ວັດຖຸລະເບີດ:
– ຂັ້ນກະຊວງ: ມາສົ່ງ-ມອບໃຫ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ.
– ຂັ້ນນະຄອນຫຼວງ / ແຂວງ: ມາສົ່ງ-ມອບໃຫ້ ຫ້ອງການ ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງ ແລະ ແຂວງ.
– ຂັ້ນເມືອງ / ນະຄອນ: ມາສົ່ງ-ມອບໃຫ້ ຫ້ອງການ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ແລະ ນະຄອນ.

Scroll to Top