
ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບອົງການ KOICA ຈາກສາທາລະນະລັດເກົາຫຼີ ເດີນໜ້າຍົກລະດັບລະບົບຄວາມປອດໄພຂອງຜະລິດຕະພັນສັດໃນ ສປປ ລາວ ໂດຍມຸ່ງເນັ້ນການຜະລິດຕາມມາດຕະຖານສາກົນ ເພື່ອຍົກຄຸນນະພາບສິນຄ້າ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ບໍລິໂພກ ແລະ ເພີ່ມໂອກາດການສົ່ງອອກ.
ກອງປະຊຸມລາຍງານຄວາມຄືບໜ້າໂຄງການໄລຍະ 6 ເດືອນຕົ້ນປີ 2026 ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ 2026 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ Sung Soo Oh ຫົວໜ້າ KOICA ປະຈຳ ສປປ ລາວ.
ເນັ້ນມາດຕະຖານສາກົນ ເພີ່ມມູນຄ່າສິນຄ້າ
ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ກ່າວວ່າ: ສາທາລະນະລັດເກົາຫຼີ ມີປະສົບການໂດດເດັ່ນໃນການຄຸ້ມຄອງຄວາມປອດໄພດ້ານຜະລິດຕະພັນສັດ ຜ່ານການນຳໃຊ້ມາດຕະຖານ GAHP, GMP ແລະ HACCP ເຊິ່ງຈະຖືກນຳມາປັບໃຊ້ໃນລາວ ເພື່ອຍົກລະດັບຄຸນນະພາບຜະລິດຕະພັນສັດ ແລະ ຂະຫຍາຍຜົນໄປຍັງພື້ນທີ່ອື່ນໃນອະນາຄົດ.
5 ທິດທາງຫຼັກຂອງໂຄງການ
ໂຄງການໄດ້ກຳນົດເປົ້າໝາຍສຳຄັນ 5 ດ້ານ ປະກອບດ້ວຍ:
1.ສົ່ງເສີມການລົງທຶນສີຂຽວ ໃນການຜະລິດ, ແປຮູບ, ເກັບຮັກສາ ແລະ ຂົນສົ່ງສິນຄ້າກະສິກຳ.
2.ຍົກລະດັບໂຮງງານອາຫານສັດ ໃຫ້ໄດ້ມາດຕະຖານ GMP ແລະ HACCP ໂດຍປັດຈຸບັນມີ 16 ໂຮງງານ ແລະ ກຳລັງກໍ່ສ້າງອີກ 2 ແຫ່ງ.
3.ຮັບຮອງຟາມ GAHP ຈຳນວນ 40 ຟາມ ພາຍໃນ 5 ປີ ປະກອບດ້ວຍ ຟາມງົວ 20 ຟາມ, ຟາມໝູ 10 ຟາມ ແລະ ຟາມສັດປີກ 10 ຟາມ.
4.ພັດທະນາໂຮງຂ້າສັດ ໃຫ້ຖືກຫຼັກສຸຂານາໄມ ພ້ອມຍົກລະດັບສັດຕະວະແພດ ແລະ ຜູ້ກວດກາອານາໄມຊີ້ນ.
5.ປັບປຸງນິຕິກຳ ໃຫ້ສອດຄ່ອງກັບມາດຕະຖານສາກົນ ໂດຍທົບທວນ ແລະ ຈັດທຳນິຕິກຳໃໝ່ຕາມຄວາມຈຳເປັນ.
ຍູ້ໜູນການສົ່ງອອກ ແລະ ຄວາມເຊື່ອໝັ້ນຂອງຕະຫຼາດ
ການຍົກລະດັບລະບົບຄວາມປອດໄພຂອງຜະລິດຕະພັນສັດ ນອກຈາກຈະຊ່ວຍປົກປ້ອງສຸຂະພາບຜູ້ບໍລິໂພກແລ້ວ ຍັງເປັນພື້ນຖານສຳຄັນໃນການເພີ່ມຂີດຄວາມສາມາດແຂ່ງຂັນຂອງຜະລິດຕະພັນສັດລາວ, ສ້າງຄວາມເຊື່ອໝັ້ນໃຫ້ຕະຫຼາດ ແລະ ເປີດໂອກາດໃນການຂະຫຍາຍການສົ່ງອອກໃນລະຍະຍາວ.
ທີ່ປະຊຸມຍັງໄດ້ຫາລືກ່ຽວກັບແຜນປະຕິບັດງານໃນໄລຍະຕໍ່ໄປ ເພື່ອຮັບປະກັນໃຫ້ໂຄງການດຳເນີນໄປຕາມເປົ້າໝາຍ ແລະ ສາມາດຍົກລະດັບລະບົບຄວາມປອດໄພອາຫານຂອງລາວໃຫ້ເທົ່າກັບມາດຕະຖານສາກົນ.