ວັນທີ 29 ກໍລະກົດ 2026 ເກີດເຫດນໍ້າຖ້ວມຂັງ ລະດັບສູງ ຢູ່ຮ່ອມ 5 ບ້ານຂຸນຕາທົ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເນື່ອງຈາກມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ. ສະເພາະລະດູຝົນປີນີ້ ຈຸດດັ່ງກ່າວນີ້ໄດ້ເກີດມີນ້ຳຖ້ວມຂັງແບບນີ້ມາຫລາຍຮອບແລ້ວ.
ກ່ອນໜ້ານີ້, ວັນທີ 27 ກໍລະກົດ 2026, ທ່ານ ບຸນຍະວັດ ນິຍະໄຊ ຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ລົງຕິດຕາມສະພາບນ້ຳຖ້ວມຂັງຢູ່ຈຸດດັ່ງກ່າວນີ້ ພ້ອມທັງໄດ້ຊີ້ນໍາແນວທາງໃນການແກ້ໄຂ ຄື:
1. ການແກ້ໄຂ ສະເພາະໜ້າ ຮີບດ່ວນແມ່ນໃຫ້ບໍລິສັດຊ່ວຍຂຸດຄອງ ຫລື ອ່າງຮອງຮັບນໍ້າຊົ່ວຄາວລໍການລະບາຍ ບໍ່ໃຫ້ຍື່ງຖ້ວມຂັງ ແລະ ການແກ້ໄຂໄລຍະຍາວແມ່ນໃຫ້ບໍລິສັດໂຄງການກໍ່ສ້າງກວດກາຄືນຮ່ອງລະບາຍນໍ້າອ້ອມໂຄງການ ວ່າມີບັນຫາຢູ່ຈຸດໃດ ຖ້າແຄບແມ່ນໃຫ້ຂະຫຍາຍອອກຕື່ມ ເພື່ອສາມາດຮອງຮັບນໍ້າຈາກຄົວເຮືອນໄດ້.
2.ໃຫ້ບ້ານຊ່ວຍກັນອະນາໄມຮ່ອງລະບາຍນໍ້າ ບໍ່ໃຫ້ມີຂີ້ເຫຍື້ອອັດຕັນ ເພື່ອໃຫ້ນໍ້າສາມາດລະບາຍໄດ້ດີ.
3.ໃຫ້ໜ່ວຍງານກ່ຽວຂ້ອງຕິດຕາມກວດກາສະພາບການແກ້ໄຂຂອງບ້ານ ແລະ ບໍລິສັດ ທັງໄລຍະສັ້ນ ແລະ ໄລຍະຍາວ ເພື່ອປະເມີນຜົນ.
ແຕ່ຫລ້າສຸດວັນທີ 29 ກໍລະກົດ 2026 ນີ້ ສະພາບນ້ຳຖ້ວມຂັງຍັງສືບຕໍ່ຖ້ວມຂັງຢູ່. ຄາດວ່າພາກສ່ວນທີ່ກ່ຽວຂ້ອງຈະຫາວິທີແກ້ໄຂໃຫ້ຂາດຕົວ ເພື່ອຫລຸດຜ່ອນຜົນກະທົບຕໍ່ປະຊາຊົນເຂດນີ້.

Scroll to Top