
ອັບເດດສະຖານະການເມືອງຄູນຄຳ ແຂວງຄຳມ່ວນ ປະຈຸບັນ ວັນທີ 05 ສິງຫາ 2026 ບ້ານຄູນເງິນ ( ຫຼັກ 27 ) ແມ່ນຖືກຜົນກະທົບນ້ຳຖ້ວມ ເຮືອນຊານ ແລະ ຮ້ານຄ້າຂອງປະຊາຊົນເປັນບໍລິເວນກວ້າງ ເນື່ອງຈາກຝົນຕົກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຫ້ວຍຮ່ອງບໍ່ສາມາດລະບາຍນ້ຳໄດ້ທັນຕາມປະລິມານການໄຫຼຂອງນ້ຳຝົນທີ່ຕົກລົງມາ.