
7 ບ້ານ 195 ຄອບຄົວ ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມຢູ່ເທດສະບານເມືອງນ້ຳບາກ.
ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລາຍງານໃຫ້ຮູ້ວ່າ ວັນທີ 30/08/2026 ໄດ້ເຫດນ້ຳຖ້ວມກະທັນຫັນຢູ່ເທດສະບານເມືອງນ້ຳບາກ, ແຂວງຫຼວງພະບາງ ເນື່ອງຈາກວ່າຫຼາຍມື້ທີ່ຜ່ານມາ ໄດ້ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຢູ່ບັນດາແຂວງພາກເໜືອຂອງລາວ ໄດ້ມີມວນນ້ຳມະຫາສານ ໄຫຼມາສົມທົບກັບສາຍນ້ຳບາກ ເຮັດໃຫ້ນ້ຳຖວ້ມຍືງ, ນ້ຳຖວ້ມຂັງເປັນເວລາຫຼາຍຊົ່ວໂມງ ຢູ່ເທດສະບານເມືອງ.
ມາຮອດເວລາ 6 ໂມງເຊົ້າ ຂອງວັນທີ 31/08/2026 ລະດັບນ້ຳ ຢູ່ສາຍນ້ຳບາກໄດ້ລຸດລົງຫຼາຍແລ້ວ ຕາມການລົງສຳຫຼວດ ແລະ ເກັບເກັບຂໍ້ມູນເບື້ອງຕົ້ນ ມີ 7 ບ້ານທີ່ຢູ່ເຂດແຄມນ້ຳບາກ, ເຂດພື້ນທີ່ຕ່ຳ ໄດ້ຮັບຜົນກະທົບບາງຄອບຄົວທີ່ຢູ່ ບ້ານຟ້າ, ບ້ານໂຄ້ງ, ບ້ານນ້ຳລາ, ບ້ານໂພນໄຊ, ບ້ານທ່າລືເໜືອ, ບ້ານໂພນສະອາດ, ບ້ານບົມ ມີທັງໝົດ 195 ຄອບຄົວ ແລະ ບ້ານທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນບ້ານຟ້າ, ບ້ານໂຄ້ງ; ໃນນີ້ນ້ຳຍັງຖ້ວມໂຮງຮຽນປະຖົມບ້ານຟ້າ, ຫ້ອງການຄະນະຈັດຕັ້ງເມືອງ, ສວນໝາກກ້ຽງ, ນາເຂົ້າ, ສວນພືດຜັກຕ່າງໆ ປັດຈຸບັນການນຳຂອງເມືອງ ຮ່ວມກັບຫຼາຍພາກສ່ວນ ໄດ້ສົມທົບກຳລັງ ລົງຊວ່ຍອານາໄມເຮືອນ, ມ້ຽນເຄື່ອງຊວ່ຍຄອບຄົວທີ່ໄດ້ຮັບຜົນກະທົບ, ຕັດຕົ້ນໄມ້, ງ່າໄມ້ ທີ່ໄຫຼມາຄ້າງຢູ່ສົ້ນຂົວອູ, ຢູ່ສວນຂອງປະຊາຊົນ ຄວາມເສຍຫາຍໃນຄັ້ງນີ້ຍັງບໍ່ສາມາດປະເມີນມູນຄ່າໄດ້.