
ຂ່າວສານແຂວງຫລວງນໍ້າທາ ລາຍງານວັນທີ 7 ກັນຍາ 2026 ວ່າ: ສະພາບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ທີ່ເກີດຂຶ້ນໃນລະຫວ່າງວັນທີ 29-31 ສິງຫາ 2026 ເຊິ່ງເກີດຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ພື້ນຖານໂຄງລ່າງ, ຊັບສິນຂອງລັດ ແລະ ປະຊາຊົນ, ສະພາບຜົນກະທົບໂດຍລວມໄພພິບັດນໍ້າຖ້ວມຄັ້ງນີ້ໄດ້ສົ່ງຜົນກະທົບທັງ 5 ເມືອງ ຄື: ເມືອງຫລວງນໍ້າທາ, ເມືອງສິງ, ເມືອງລອງ, ເມືອງວຽງພູຄາ ແລະ ເມືອງນາແລ ກວມເອົາ 81 ບ້ານ ( 23.14% ຂອງບ້ານທັງໝົດ), ມີ 4,420 ຫລັງຄາເຮືອນ, 24,849 ຄົນ ໄດ້ຮັບຜົນກະທົບ.
ໃນນັ້ນ, ຖືກຜົນກະທົບໜັກ 457 ຫລັງຄາເຮືອນ ແລະ ເຮືອນໄຫລ 12 ຫຼັງຄາເຮືອນ.