ວັນທີ 10 ກັນຍາ 2026, ທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີເຄື່ອນໄຫວຢ້ຽມຢາມ ແລະ ມອບ-ຮັບອາຄານໂຮງຮຽນ ບ້ານ ມົກກົກນ້ອຍເມືອງສຳພັນ ແຂວງຜົ້ງສາລີ.
ທ່ານທອງຕື້ ເກຍສະບົງ ເລຂາພັກເມືອງສຳພັນ ໄດ້ຜ່ານບົດລາຍງານສະພາບການຈັດຕັ້ງ ປະຕິບັດວຽກງານໃນໄລຍະ 5 ປີ 2020-2024 ຜ່ານມາ ແລະ ທິດທາງ 5 ປີ 2025-2029, ວຽກງານຈຸດສຸມໃນປີ 2026, ຈາກນັ້ນທ່ານ, ສອນໄຊ ສີພັນດອນ ນາຍົກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ຈາກນັ້ນທ່ານ. ນິກສັນ ພົມມະວິຈິດ ປະທານ ກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ ຈຳກັດ, ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນໂດຍຫຍໍ້, ໂຄງການກໍ່ສ້າງໂຮງຮຽນແຫ່ງ ນີ້ຖືເປັນຂອງຂວັນອັນລໍ້າຄ່າຈາກພະນະທ່ານ ສອນໄຊ ສີພັນດອນ ມອບເປັນຂອງຂວັນແກ່ອົງການປົກຄອງແຂວງຜົ້ງສາລີ, ເຊິ່ງອົງການປົກຄອງແຂວງຜົ້ງ ສາລີ ຕົກລົງເຫັນດີ ເອກະພາບກັນ ອອກຂໍ້ຕົກລົງຂອງທ່ານເຈົ້າແຂວງຜົ້ງສາລີ ສະບັບເລກທີ 496 ຂຜລ, ລົງວັນທີ 5 ມິຖຸນາ 2025 ເຫັນດີໃຫ້ກໍ່ສ້າງໂຮງຮຽນຢູ່ບ້ານມົກກົກນ້ອຍ, ເມືອງ ສຳພັນ, ແຂວງຜົ້ງສາລີ ເຊິ່ງໂຄງການກໍ່ສ້າງດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງຕົວຈິງໃນວັນທີ 4/12/2025 ແລະ ໄດ້ສຳເລັດການກໍ່ສ້າງຢ່າງສົມບູນ ໃນວັນທີ 28/5/2026.
ໂຮງຮຽນແຫ່ງນີ້ເປັນ ຕຶກອາຄານຊັ້ນດຽວ, ຂະໜາດອາຄານໂຮງຮຽນກວ້າງ 8 ແມັດ, ຍາວ 49 ແມັດ, ມີ 5 ຫ້ອງຮຽນ, 1 ຫ້ອງການຄຸ ອາຈານ ແລະ 1 ຫ້ອງນໍ້າ, ສາມາດບັນຈຸນັກຮຽນໄດ້ 200 ຄົນ. ໂຄງການກໍ່ສ້າງໂຮງຮຽນຫຼັງນີ້ ໄດ້ໃຊ້ແຜນຜັງການ ຄິດໄລ່-ອອກ ແບບກໍ່ສ້າງ ໂດຍຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ຮັບເໝົາກໍ່ສ້າງໂດຍ ບໍລິສັດມະນີ ຈັນຊັບການຄ້າຂາເຂົ້າ – ຂາອອກ ຈຳກັດຜູ້ດຽວ ລວມມູນຄ່າທັງໝົດ: 3,300,000,000 ກີບ ພ້ອມທາງກ່າວມອບໂຄງການ ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ,
ພ້ອມນັ້ນ ທ່ານ ນິກສັນ ພົມມະວິຈິດ ຍັງໄດ້ມອບເຄື່ອງຊ່ວຍເຫຼືອ ໃຫ້ 5 ຕາແສງ ແລະ ໂຮງຮຽນ ບ້ານມົກກົກນ້ອຍ ເມືອງສຳພັນ ລວມມູນຄ່າທັງໝົດ 130 ລ້ານກີບຈາກນັ້ນທ່ານ ນາຍົກລັດຖະມົນຕີ, ການນໍາແຂວງ-ການນໍາເມືອງ ໄດ້ຂຶ້ນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ, ພ້ອມທັງລົງ ຢ້ຽມຢາມເບິ່ງຕຶກອາຄານຮຽນ ແລະ ປູກຕົ້ນໄມ້ຕື່ມອີກ.

Scroll to Top